Wednesday, 19 September 2018

ສາວໃສ່ຂາທຽມຜ່ານເຂົ້າຮອບ 3 ຄົນສຸດທ້າຍຊິງຕຳແໜ່ງ ມິສອິຕາລີ 2018

ໃນການປະກວດມິສອິຕາລີ ປະຈຳປີ 2018 ເມື່ອວັນທີ 18 ກັນຍາ 2018 ນາງ ເຊຍຣາ ບໍດີ ສາວງາມຈາກແຂວງ ຕາຣ໌ກຸຍເນີຍ ໄວອາຍຸ 18 ປີ ເຊິ່ງນາງເປັນພິການຂາຂ້າງຊາຍໃສ່ຂາທຽມ ສາມາດຜ່ານເຂົ້າຮອບ 3 ຄົນສຸດທ້າຍ ແລະ ສາມາດລົບຄຳສົບປະໝາດຫຼັງທີ່ກ່ອນໜ້ານີ້ນາງຖືກຊາວເນັດວິຈານ ແລະ ຖືກດູໝິ່ນໃນໂລກໂຊຊຽວ ຕັ້ງແຕ່ກ່ອນຂຶ້ນເວທີປະກວດໃນຄັ້ງນີ້
ຫຼັງຈາກຖືກະແສວິພາກວິຈານກ່າວຫາວ່າທີ່ເຂົ້າຮອບມາປະກວດໄດ້ ພຽງເພາະນາງເປັນຄົນທີ່ຮ່າງກາຍບໍ່ສົມບູນ ແຕ່ເຊຍຣາກໍ່ໄດ້ໂພສຂໍ້ຄວາມຕອບກັບເທິງເຟສບຸ໊ກຂອງນາງວ່າ "ຂ້ອຍເສຍຂາແຕ່ພວກເຈົ້າເສຍຫົວໃຈ ແລະ ສະໝອງ ແລະ ຂ້ອຍບໍ່ໄດ້ສົນເລື່ອງການຊະນະ ຫຼື ບໍ່ ແຕ່ຕ້ອງການສະແດງໃຫ້ທັງໂລກເຫັນວ່າຊີວິດຍັງຄົງສວຍງາມເຖິງຈະເກີດມາແບບນີ້'

ທັງນີ້ ນາງສາວ ເຊຍຣາ ບໍດີ ເສຍຂາຊ້າຍໃນລະດັບຫົວເຂົ່າລົງໄປຍ້ອນອຸບັດຕິເຫດລົດຕຳ ໃນຕອນທີ່ນາງອາຍຸ 13 ປີ ຈິ່ງຕ້ອງໄດ້ໃສ່ຂາທຽມ,





Cr: Diary Lao

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...