Wednesday, 19 September 2018

ດວງການເງິນ ໂຊກລາບປະຈຳເດືອນກັນຍາ 2018 ທັງ 12 ຣາສີ

ເດືອນນີ້ດວງການເງິນໃຜຈະໂຊກດີ ຫຼື ໃຜຈະຕິດຂັດ ຟ້າວມາກວດເບິ່ງດ່ວນ ດວງການເງິນທັງ 12 ຣາສີ Diary Lao ມີຄຳຕອບ

ຄົນເກີດຣາສີເມກ ລະຫວ່າງວັນທີ 13 ເມສາ ຫາ 14 ພຶດສະພາ
ການເງິນ: ໃນເດືອນນີ້ທ່ານອາດເກີດຄວາມຮ້ອນໃຈໃນການເງິນເລັກນ້ອຍ ແຕ່ຫາກເກີດບັນຫາກໍ່ຈະໄດ້ຮັບການແກ້ໄຂ ຂໍໃຫ້ທ່ານລໍເວລາ ເລື່ອງເງິນທີ່ທ່ານຄາດຫວັງໄວ້ກໍ່ຈະໄດ້ຕາມທີ່ຫວັງ
ຄວາມໂຊກດີ: ທ່ານຕ້ອງພົບກັບອຸປະສັກກ່ອນ ໂຊກຈິ່ງມານຳຫຼັງ ຫາກທ່ານຄິດຈະສ່ຽງໂຊກແມ່ນໃຫ້ທ່ານຊື້ຫວຍກັບຄົນຂາຍທີ່ເປັນພິການ ທ່ານຈິ່ງມີໂຊກ.

ຄົນເກີດຣາສີພຶກ ລະຫວ່າງວັນທີ 14 ພຶດສະພາ ຫາ 13 ມິຖຸນາ
ການງານ: ສຳລັບຜູ້ທີ່ຕ້ອງການກູ້ເງິນກໍ່ຈະໄດ້ຮັບການອະນຸມັດເງິນກູ້ແບບງ່າຍໆ ແຕ່ຂໍໃຫ້ທ່ານໃຊ້ເງິນນັ້ນຢ່າງສົມເຫດສົມຜົນ
ຄວາມໂຊກດີ: ການເຈລະຈາຕ່າງໆໃນຊ່ວງນີ້ຈະສຳເລັດໄດ້ງ່າຍ ຫາກທ່ານຄິດຈະສ່ຽງໂຊກໃນເດືອນນີ້ກໍ່ພໍໄດ້ຢູ່

ຄົນເກີດຣາສີເມຖຸນ ລະຫວ່າງວັນທີ 14 ມິຖຸນາ ຫາ 14 ກໍລະກົດ
ການເງິນ: ມີງານດີເງິນກໍ່ດີຕາມ ຍັງມີເງິນໝູນວຽນໃຫ້ໃຊ້ຈ່າຍຢູ່ເລື່ອຍໆ
ຄວາມໂຊກດີ: ທ່ານຈະໄດ້ເຂົ້າໄປພົວພັນກັບຄົນທີ່ຢູ່ໃນວົງການທຸລະກິດ ແລະ ທ່ານຈະໄດ້ຮຽນຮູ້ປະສົບການໃໝ່ໆ ຫາກທ່ານຄິດຈະສ່ຽງໂຊກຂໍໃຫ້ທ່ານຊື້ນຳຄົນຂາຍທີ່ແຕ່ງຕົວໃນລັກສະນະຈົບດີ

ຄົນເກີດຣາສີກໍລະກົດ ລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ 
ການເງິນ: ເງິນທີ່ໄດ້ມາຕ້ອງປັນກັບຫຸ້ນສ່ວນ ທ່ານອາດຈະບໍ່ໄດ້ເຕັມຮ້ອຍຢ່າງທີ່ຫວັງໄວ້
ຄວາມໂຊກດີ: ທ່ານຈະມີໂຊກລາບເລື່ອງການເງິນຈາກການເດີນທາງ

ຄົນເກີດຣາສີສິງ ລະຫວ່າງວັນທີ 17 ສິງຫາ ຫາ 16 ກັນຍາ  
ການເງິນ: ທ່ານຈະມັກກັງວົນໃຈເລື່ອງການເງິນ ເດືອນນີ້ແຫຼະທ່ານຈະໄດ້ຮູ້ວ່າໃຜເປັນມິດແທ້ ຫຼື ໃຜຈະເປັນມິດປອມກັບທ່ານ
ຄວາມໂຊກດີ: ທ່ານຈະໄດ້ຮັບສິ່ງຂອງໃໝ່ໆທີ່ທ່ານຢາກໄດ້ ຫາກທ່ານຄິດຈະສ່ຽງໂຊກແມ່ນໃຫ້ຊື້ກັບຄົນພິການ ໂດຍສະເພາະຖ້າເປັນຄົນພິການທາງສາຍຕາ ມັກຈະໃຫ້ໂຊກກັບທ່ານ

ຄົນເກີດຣາສີກັນ ລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ  

ການເງິນ: ເລື່ອງເງິນຕ້ອງຕົນເພິ່ງຕົນເທົ່ານັ້ນ ທ່ານະຫວັງອາໃສໃຜກໍ່ບໍ່ໄດ້ 
ຄວາມໂຊກດີ: ມີງານຄືມີເງິນເຮັດຫຼາຍກໍ່ໄດ້ຫຼາຍເຮັດໜ້ອຍກໍ່ໄດ້ໜ້ອຍ   

ຄົນເກີດຣາສີຕຸນ ລະຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ
ການເງິນ: ທ່ານກຳລັງເບິ່ງເຫັນຈຸດເລີ່ມຕົ້ນໃໝ່ໃນການຫາເງິນແລ້ວ
ຄວາມໂຊກດີ: ໂຊກດີຂອງທ່ານຈະມາພ້ອມກັບຊາວຕ່າງຊາດຕ່າງພາສາ

ຄົນເກີດຣາສີພິຈິກ ລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ
ການເງິນ: ການເງິນຈະດີຂຶ້ນ ຈະມີລາຍຮັບລາຍຈ່າຍທີ່ສົມດຸນກັນ ແລະ ທ່ານຈະມີຊ່ອງທາງໃນການຫາເງິນເພີ່ມ
ຄວາມໂຊກດີ: ການເງິນຖືວ່າຢູ່ໃນເກມທີ່ດີ ຈະມີໂອກາດໄດ້ໂຊກລາບຈາກການສ່ຽງໂຊກ

ຄົນເກີດຣາສີທະນູ ລະຫວ່າງວັນທີ 16 ທັນວາ ຫາ 15 ມັງກອນ
ການເງິນ: ເງິນຈະມາກັບງານທີ່ທ່ານເຮັດ ຫາກທ່ານເຮັດວຽກທີ່ໄດ້ເງິນດີທ່ານກໍ່ມີເງິນໃຊ້ບໍ່ຂາດມື
ຄວາມໂຊກດີ: ຊ່ວງນີ້ບໍ່ວ່າທ່ານຈະຫັນໄປທາງໃດທ່ານກໍ່ຈະໂຊກດີໃນທຸກດ້ານ

ຄົນເກີດຣາສີກຸມ ລະຫວ່າງວັນທີ 13 ກຸມພາ ຫາ 13 ມີນາ

ການເງິນ: ເດືອນນີ້ເປັນເດືອນທີ່ເໝາະສົມໃນການແກ້ໄຂບັນຫາຕ່າງໆ ໂດຍສະເພາະທາງດ້ານການເງິນ
ຄວາມໂຊກດີ: ໂຊກຂອງທ່ານຈະມາຈາກການເຈລະຈາເປັນສ່ວນໃຫຍ່

ຄົນເກີດຣາສີມິນ ລະຫວ່າງວັນທີ 14 ມີນາ ຫາ 12 ເມສາ
ການເງິນ: ການເງິນທ່ານຈະມີຄວາມໝັັ້ນຄົງຂຶ້ນກວ່າໄລຍະຜ່ານມາ ເພາະເປັນຊ່ວງນ້ຳຂຶນຂອງທ່ານແລ້ວ
ຄວາມໂຊກດີ: ຫາກທ່ານຕ້ອງການສ່ຽງໂຊກໃຫ້ລອງຊື້ເລກທີ່ເຮືອນລອງເບິ່ງ



Cr:  diary lao



No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...