Thursday, 9 August 2018

ຄະນະພັກຊຽງຂວາງສະເທືອນ ຖືກປົດແລະໄລ່ອອກຫຼາຍສະຫາຍ

ອີງຕາມແຫຼ່ງຂ່າວຈາກທ້ອງຖິ່ນທີີ່ເຊື່ອຖືໄດ້ ລາຍງານຈາກແຂວງຊຽງຂວາງວ່າ ພາຍຫຼັງທີ່ອົງການກວດກາລັດຖະບານ ໄດ້ລົງໄປຕິດຕາມກວດກາຢູ່ແຂວງຊຽງຂວາງເປັນໄລຍະດົນພໍສົມຄວນ ແລະໄດ້ຮັບຂໍ້ມູນຊັດເຈນວ່າມີພະນັກງານການນຳ ເຊິ່ງມີທັງຄະນະປະຈຳພັກແຂວງ, ເປັນເລຂາພັກເມືອງ ແລະພາກສ່ວນອື່ນໆ ພາຍໃນແຂວງ ມີສ່ວນກ່ຽວຂ້ອງໃນການລະເມີດຄຳສັ່ງເລກທີ 15/ນຍ , ມີການທຸດຈະລິດໃນໂຄງການລົງທຶນພາຍໃນແຂວງ ແລະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ລົງວິໄນໃຫ້ເຂົ້າຮັບບຳນານທັນທີ 5 ສະຫາຍ, ປົດຕຳແໜ່ງ 2 ສະຫາຍ ແລະຕັກເຕືອນ 14 ສະຫາຍ ຍິງ 1 ສະຫາຍ. ໃນຂະນະທີ່ຈຳນວນຄະນະພັກທີ່ພົບວ່າບໍລິສຸດຜຸດຜ່ອງ 10 ສະຫາຍ ຍິງ 2 ສະຫາຍ (ຈາກຄະນະພັກແຂວງທັງໝົດ 31 ສະຫາຍ).
ໃນຂະນະທີ່ພິທີການ ມອບ-ຮັບ ໜ້າທີ່ເລຂາພັກແຂວງ ເຈົ້າແຂວງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2018. ໃນພິທີໄດ້ປະກາດຕົກລົງຍົກຍ້າຍ ທ່ານ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາຄະນະບໍ ລິຫານງານພັກແຂວງ ເຈົ້າແຂວງຊຽງຂວາງ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການ ສູນກາງພັກ. ຕົກລົງ ແຕ່ງຕັ້ງ ທ່ານ ບຸນຕົ້ນ ຈັນທະພອນ ຮອງເລຂາຄະນະບໍລິຫານງານພັກ ປະທານສະພາ ປະຊາຊົນແຂວງ ຊຽງຂວາງ ເປັນຜູ້ຮັກສາການ ເລຂາຄະນະບໍລິຫານງານ ພັກແຂວງ ເຈົ້າແຂວງຊຽງຂວາງ, ຊຶ່ງໄດ້ລົງ ນາມເຊັນມອບ-ຮັບ, ໂດຍຊ້ອງໜ້າ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງ ສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ການນຳຫລັກແຫລ່ງຂອງແຂວງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...