Thursday, 9 August 2018

ທ່ານຮອງນາຍົກຢ້ຽມຢາມພື້ນຖານໂຄງລ່າງການສື່ສານຮັບໃຊ້ການນຳ

ຂປລ ໃນຕອນເຊົ້າ ຂອງວັນທີ 9 ສິງຫາ 2018 ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ກະຊວງປ້ອງກັນປະເທດ ເພື່ອສຳຫຼວດເບິ່ງຄວາມເປັນໄປໄດ້ ໃນການຂະຫຍາຍສາຍໄຍແກ້ວ ໄປສູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີທ່ານພັນໂທ ສຸບັນ ພັນທະວີ, ຫົວໜ້າໂຄງການດັ່ງກ່າວ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ພາຍໃນຄວາມຮັບຜິດຊອບຂອງໂຄງການ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດວຽກງານ ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ (ICT) ຈາກທ່ານພັນໂທ ສຸບັນ ພັນທະວີ ເຊິ່ງເຫັນວ່າ: ໂຄງການສື່ສານຮັບໃຊ້ການນໍາ ເຊິ່ງສ້າງຕັ້ງຂຶ້ນໃນລະຫວ່າງປີ 1999 ຫາ 2000 ມີໜ້າທີ່ ພັດທະນາລະບົບ ໂທລະຄົມມະນາຄົມ ຕິດພັນກັບ ຄວາມໝັ້ນຄົງ, ຮັບປະກັນໃຫ້ແກ່ການນໍາພັກ-ລັດ, ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ນອກຈາກນີ້ ຍັງມີຫນ້າທີ່ພັດທະນາລະບົບ ໂທລະຄົມມະນາຄົມ ທາງດ້ານເສດຖະກິດ ຮັບໃຊ້ສາທາລະ ນະ ແລະ ດໍາເນີນເສດຖະກິດຕາມກົນໄກການຕະຫຼາດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບໍລິສັດລັດສະກາຍໂທລະຄົມ. ໃນນັ້ນ, ພື້ນຖານໂຄງລ່າງ ທີ່ໂຄງການສາມາດດຳເນີນການເຄື່ອນໄຫວ ຢ່າງເປັນປົກກະຕິໃນປັດຈຸບັນ ປະກອບດ້ວຍລະບົບຕ່າງໆ ເປັນຕົ້ນ ລະບົບສາຍໃຍແກ້ວ, ລະບົບເຄື່ອງສົ່ງ, ສະຖານີ, ສູນກາງອິນເຕີເນັດ, ສູນກາງໂທລະສັບໄອພີ, ສູນກາງໂທລະພາບໄອພີ, ລະບົບສືບຂ່າວ (ລວມທັງລະບົບປ້ອງກັນ), ລະບົບປະຊຸມທາງໄກ, ລະບົບສູນຂໍ້ມູນ, ລະບົບສູນກາງກ້ອງວົງຈອນປິດ, ລະບົບສູນກາງຄອມພິວເຕີ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເຈາະຈິ້ມເຖິງລາຍລະອຽດຕ່າງໆ ໃນການນຳໃຊ້ລະບົບຕ່າງໆ ໂດຍສະເພາະແມ່ນ ລະບົບທີ່ຕິດພັນກັບການຮັບໃຊ້ບໍລິຫານລັດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮັບໃຊ້ສັງຄົມ, ຄວາມຄືບໜ້າ ກໍ່ຄື ຄວາມສາມາດໃນການນຳໃຊ້ ຂອງລະບົບຕ່າງໆ, ຂໍ້ສະດວກ, ຂໍ້ຈຳກັດ ແລະ ທິດທາງແຜນການພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ທ່ານຍັງໄດ້ໄປສຳຫຼວດເບິ່ງພື້ນຖານໂຄງລ່າງ, ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງພະນັກງານ-ວິຊາການ ລວມທັງ ເຄື່ອງໃຊ້ ແລະ ອຸປະກອນຕ່າງໆ ທີ່ມີຢູ່ໃນຕຶກສຳນັກງານຂອງໂຄງການສື່ສານຮັບໃຊ້ການນຳ. ອັນສຳຄັນອີກປະການຫນຶ່ງຄື ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບໂຄງການດັ່ງກ່າວ ສ້າງແຜນການຂະຫຍາຍສາຍໃຍແກ້ວ ໄປສູ່ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ໄວ ໄປຄຽງຄູ່ກັບແຜນການຂະຫຍາຍໄປສູ່ເມືອງຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍຈັດລຽງເປັນບຸລິມະສິດ ແລະ ໃຫ້ແທດເໝາະກັບເງື່ອນໄຂຕົວຈິງຄັກແນ່, ແລ້ວສະເໜີຂັ້ນເທິງພິຈາລະນາຮັບຮອງ ແລະ ຊີ້ນຳໃນຂັ້ນຕໍ່ໄປ.

ສຳລັບແຜນ ການອັນຮີບດ່ວນນີ້ ແມ່ນເລັ່ງໃສ່ຮັບໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍສະເພາະ ແມ່ນວຽກງານການສື່ສານ, ການປະສານງານ, ການໂຄສະນາເຜີຍແຜ່, ການປະຊຸມທາງໄກ ແລະ ອື່ນໆ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນການ ແລະ ມີປະສິດທິຜົນ ພ້ອມທັງ ສາມາດສະກັດກັ້ນໄດ້ ບັນດາປາກົດການຫຍໍ້ທໍ້ຕ່າງໆ ແລະ ກາຍເປັນພື້ນຖານໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ ກໍ່ຄື ສະເພາະໜ້າ ແລະ ຍາວນານ ອີກດ້ວຍ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄົ້ນຄວ້າຫາຊ່ອງທາງ ໃນການບໍລິການຮັບໃຊ້ສັງຄົມ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ການນຳໃຊ້ເງື່ອນໄຂທ່າແຮງທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ຕໍ່ການຈັດຕັ້ງຂອງຕົນ ກໍ່ຄື ປະເທດຊາດ ແລະ ປະຊາຊົນ, ໃນນັ້ນ ແມ່ນໃຫ້ເອົາໃຈໃສ່ ການເຄື່ອນໄຫວທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ສົນທິສັນຍາສາກົນຕ່າງໆ, ຮັບປະກັນຄວາມປອດໄພ ກໍ່ຄື ຄວາມໝັ້ນຄົງຂອງຊາດ ເປັນສິ່ງສຳຄັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...