Tuesday, 28 August 2018

ເລີ່ມລົງກວດກາການແຕກພັງສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ! ຄາດອີກບໍ່ດົນຈະຮູ້ສາເຫດ

ເວັບໄຊຂ່າວໜັງສືພິມວຽງຈັນໃໝ່ ລາຍງານໃຫ້ຮູ້ວ່າ ເມື່ອວັນທີ 19-20 ສິງ­ຫາ 2018ທີ່ຜ່ານມາ ທ່ານ ບຸນ​ທອງ ຈິດ​ມະ­ນີ ແລະ ທ່ານ ສຈ ດຣ Schlies ANTON ຈາກ​ປະ­ເທດ​ສະ​ວິດ ພ້ອມ​ດ້ວຍ​ນັກ­ວິ­ຊາ­ການ​ທີ່​ກ່ຽວ­ຂ້ອງ​ຈຳ­ນວນ​ໜຶ່ງ ໄດ້​ເດີນ­ທາງ​ລົງ​ໄປ​ກວດ​ສະ­ພາບ​ການ​ແຕກ​ພັງ​ຕົວ​ຈິງ​ຂອງ​ສັນ​ເຂື່ອນ D ແລະ ພື້ນ​ທີ່​ເຂື່ອນ​ອື່ນໆ ໂດຍ​ມີ​ເຈົ້າ­ແຂວງ​ຈຳ­ປາ​ສັກ ແລະ ແຂວງ​ອັດ​ຕະ​ປື​ລົງ​ຕິດ­ຕາມ​ນຳ.
ຈາກເຫດການເຂື່ອນແຕກດັ່ງກ່າວແມ່ນໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ ໂດຍສະເພາະ​ເມືອງ​ສະ­ໜາມ​ໄຊ​ທີ່​ເປັນ​ເມືອງ​ຕັ້ງ​ຢູ່​ລຸ່ມ​ສັນ​ເຂື່ອນ D ອັນ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ຢູ່​ໃນ 13 ບ້ານ​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ກະ­ທັນ­ຫັນ ໃນ​ນັ້ນ ມີ​ຈຳ­ນວນ 6 ບ້ານ​ທີ່​ເປັນ​ບ້ານ​ລຽບ​ຕາມ​ສາຍ​ນ້ຳ​ເຊ​ປຽນ ໄດ້​ຮັບ​ຜົນ​ກະ­ທົບ 100% ມີ​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ ແລະ ເສຍ​ຫາຍ​ໜັກ 1.611 ຄອບ­ຄົວ 7.095 ຄົນ, ​ມີ​ຜູ້​ເສຍ​ຊີ­ວິດ 39 ຄົນ ແລະ ສູນ­ຫາຍ​ອີກ 98 ຄົນ (ອີງ­ໃສ່​ຕົວ​ເລກ​ວັນ​ທີ 14 ສິງ­ຫາ 2018) ສັດ­ລ້ຽງ ແລະ ພື້ນ​ທີ່​ກະ­ສິ­ກຳ​ຂອງ​ປະ­ຊາ­ຊົນ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ແລະ ປະ­ຊາ­ຊົນ​ແຂວງ​ຈຳ­ປາ​ສັກ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຫດ­ການ​ນີ້​ຈຳ­ນວນ​ໜຶ່ງ.
ທ່ານ​ຮອງ​ນາ­ຍົກ ໄດ້​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ໂດຍ​ລວມ​ເຕັກ­ນິກ​ຂອງ​ໂຄງ­ການ ລາຍ​ງານ​ສາ­ເຫດ​ສັນ​ເຂື່ອນ​ແຕກ​ພັງ​ຈາກ​ບໍ­ລິ­ສັດ​ຜູ້​ລົງ­ທຶນ ລາຍ​ງານ​ກ່ຽວ​ກັບ​ຜົນ​ຂອງ​ການ​ກວດ​ສອບ​ສາ​ເຫດ­ການ​ແຕກ​ພັງ​ເບື້ອງ​ຕົ້ນ​ຈາກ​ຜູ້​ຮັບ​ເໝົາ ແລະ ປຶກ­ສາ​ຫາ­ລື​ບັນ­ຫາ​ຕ່າງໆ​ຮ່ວມ​ກັບ​ບໍ­ລິ­ສັດ​ຮັບ​ເໝົາ ແລະ ວິ­ຊາ​ການ​ຝ່າຍ​ຕ່າງໆ ໃນ​ການ​ກວດ­ກາ​ບັນ­ດາ​ເຕັກ­ນິກ​ການ​ກໍ່­ສ້າງ ລວມ​ທັງ​ການ​ຊອກ​ຫາ​ສາ­ເຫດ​ຕົ້ນ­ຕໍ​ທີ່​ສົ່ງ​ຜົນ​ເຮັດ​ໃຫ້​ສັນ​ເຂື່ອນ​ແຕກ​ພັງ ແລະ ຄາດ​ວ່າ​ອີກ​ບໍ່​ດົນ ຈະ​ຮູ້​ລາຍ​ລະ­ອຽດ​ເຫດ­ການ​ເຂື່ອນ​ແຕກ​ໃນ​ຄັ້ງ​ນີ້.
ແຫລ່ງຂ່າວ: vientianemai.net

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...