Friday, 24 August 2018

ຜູ້ນໍາ ບໍລິສັດ ຂະໜາດໃຫຍ່ ຂອງ ສຫລ ພົບປະ ກັບລັດຖະບານ ສປປ ລາວ

ຜູ້ນໍາຈາກບັນດາບໍລິສັດຂະໜາດໃຫຍ່ຂອງສະຫະລັດ ໄດ້ພົບປະກັບລັດຖະບານ ສປປ
ລາວ ທີ່ນະຄອນຫຼວງວຽງຈັນໃນວັນທີ 23 ຫາ 24 ສິງຫາ 2018 ເຊິ່ງ ແມ່ນສ່ວນໜຶ່ງ
ຂອງການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງສະພາທຸ ລະກິດສະຫະລັດ-ອາ
ຊຽນ ຫຼື USABC. ເປົ້າໝາຍຫຼັກຂອງການມາຢ້ຽມຢາມຄັ້ງນີ້ແມ່ນເພື່ອສົນທະນາກ່ຽວ
ກັບວິທີການໃໝ່ໆໃນການຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະລັດ
ແລະ ສປປ ລາວ.
ສະພາທຸລະກິດສະຫະລັດ-ອາຊຽນ ແມ່ນກຸ່ມຜູ້ສະໜັບສະໜູນລະດັບແນວໜ້າ ທີ່ແນ
ໃສ່ເພີ່ມທະວີການເຕີບໂຕດ້ານເສດຖະກິດ ແລະການຄ້າທີ່ໄດ້ຮັບຜົນປະ ໂຫຍດທັງ
ສອງຝ່າຍ ລະຫວ່າງສະຫະລັດແລະ 10 ປະເທດສະມາຊິກອາຊຽນ.
ຈາກອະດີດຈົນເຖິງປັດຈຸບັນ ນີ້ແມ່ນຄະນະຜູ້ແທນສະພາທຸລະກິດ USABC ທີ່ໃຫຍ່
ທີ່ສຸດ ທີ່ມາຢ້ຽມຢາມ ສປປ ລາວ ເຊິ່ງປະກອບດ້ວຍ ບັນດາຕາງໜ້າລະ ດັບພາກພື້ນ
ຂອງ 10 ບໍລິສັດລະດັບແນວໜ້າຂອງສະຫະລັດເຊັ່ນ Microsoft, Coca-Cola,
Google, Visa ແລະ Mastercard.
ໃນການມາຢ້ຽມຢາມເປັນໄລຍະເວລາ 2 ມື້, ຄະນະຜູ້ແທນສະພາທຸລະກິດສະຫະລັດ
ອາຊຽນ ໄດ້ພົບກັບການນໍາຂອງ ສປປ ລາວ ເພື່ອ ສົນທະນາລະດັບສູງກັບ ທ່ານ
ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ
ຄະນະຜູ້ແທນ ຍັງໄດ້ພົບກັບເຈົ້າໜ້າທີ່ອະວຸໂສ ຢູ່ກະຊວງແຜນການ ແລະການລົງທຶນ
ໄປສະນີ ແລະ ໂທລະຄົມມະນາຄົມ ແລະ ທະນາຄານແຫ່ງ ສປປ ລາວ.
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈໍາ ສປປ ລາວ ໄດ້ກ່າວ
ໃນ
ພິທີຕ້ອນຮັບຢູ່ ເຮືອນພັກທ່ານທູດ ວ່າ ຈໍານວນຄະນະຜູ້ແທນທີ່ມາຢ້ຽມຢາມຄັ້ງນີ້ ແມ່ນຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນຂອງບໍລິສັດ ຈາກສະຫະລັດ ນັບມື້ນັບຫຼາຍຂຶ້ນ
ທີ່ສົນໃຈ ເຂົ້າມາຊອກຫາໂອກາດໃໝ່ໆ ຢູ່ ສປປ ລາວ.
ທ່ານທູດຍັງກ່າວຕື່ມອີກວ່າ ນອກຈາກນັ້ນ ພວກເຮົາຮັບຮູ້ໄດ້ ເຖິງບັນດາບາດກ້າວ
ສໍາຄັນ ທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະລັດຖະບານ ສປປ ລາວ ໄດ້ເລີ່ມນໍາໃຊ້ ເພື່ອປັບປຸງສະພາບແວດລ້ອມ ການເຮັດທຸລະກິດ ເພື່ອເຮັດໃຫ້ ສປປ
ລາວ ແມ່ນສະຖານທີ່ໆສາມາດດຶງດູດ ການເຮັດທຸລະກິດເພີ່ມຂຶ້ນ.
ຄະນະຜູ້ແທນສະພາທຸລະກິດນໍາໂດຍປະທານ ແລະ ຜູ້ບໍລິຫານສູງສຸດຂອງ USABC
ທ່ານ Alex Feldman. ນັບຕັ້ງແຕ່ທ່ານ Feldman ເຂົ້າດໍາລົງ ຕໍາແໜ່ງນີ້ ໃນເດືອນ
ມິຖຸນາ ປີ 2009, ສະພາທຸລະກິດນີ້ ໄດ້ເພີ່ມຈໍານວນສະມາຊິກຂອງຕົນຂຶ້ນ ຫຼາຍກວ່າ
75% ເພີ່ມຫ້ອງການ ປະຈໍາພາກພື້ນ 2 ແຫ່ງ ແລະສ້າງຕັ້ງບັນດາໂຄງການລິເລີ່ມຂະ
ໜາດໃຫຍ່ເຊັ່ນ ໂຄງການ ASEAN Matters for America, the US-ASEAN
Business Alliance for Competitive SMEs, ແລະ the ASEAN Economic
Ministers Roadshow.
ໃນໄລຍະການປະຊຸມພົບປະກັບລັດຖະບານ ສປປ ລາວ ຄະນະຜູ້ແທນສະພາທຸລະກິດ USABC ຍັງໄດ້ສົ່ງເສີມຫຼັກການສິນລະທໍາຂອງການປະຕິວຽກ ໃນຂົງເຂດຄວາມຮັບ
ຜິດຊອບສັງຄົມຂອງບໍລິສັດ ຫຼື CSR ໃນ ສປປ ລາວ ໂດຍສະເພາະ ແມ່ນລົງທຶນ
ໃສ່ຊຸມຊົນທ້ອງຖິ່ນ ແລະ ນັກສຶກສາລາວ.
CSR ແມ່ນວິທີປະຕິບັດທີ່ນັບມືຶ້ນັບແຜ່ຫຼາຍ ໃນບັນດາຫົວໜ່ວຍທຸລະກິດຢູ່ສະຫະລັດ ເຊິ່ງບໍລິສັດຕ່າງໆນໍາໃຊ້ງົບປະມານໃດໜຶ່ງຂອງພວກເຂົາເຈົ້າລົງທຶນໃສ່ວຽກສັງຄົມທີ່ດີ ຫຼືເພີ່ມຄວາມອາດສາມາດໃຫ້ພະນັກງານ.
ສໍາລັບສະຖານທູດສະຫະລັດ ປະຈໍາສປປ ລາວ CSR ແມ່ນວິທີປະຕິບັດທີ່ສາ ມາດ
ເຮັດໃຫ້ບໍລິສັດຕ່າງໆຂອງສະຫະລັດ ແມ່ນຜູ້ຕາງໜ້າຂອງປະເທດທີ່ເຂັ້ມ ແຂງ.
ທ່ານທູດ ບິດເຕີ ກ່າວຕື່ມວ່າ ໃນເວລາດໍາເນີນທຸລະກິດຢູ່ເອເຊຍຕາເວັນອອກສຽງໃຕ້ ແລະທົ່ວໂລກ ໂດຍທົ່ວໄປແລ້ວ ບັນດາຫົວໜ່ວຍທຸລະກິດຂອງສະຫະ ລັດ ແມ່ນຜູ້ທີ່ເບິ່ງແຍງສະພາບແວດລ້ອມທີ່ດີ ລົງທຶນໃສ່ພະນັກງານ ແລະຊຸມ ຊົນຂອງພວກ
ເຂົາ ແລະຍົກລະດັບມາດຕະຖານຂອງທຸລະກິດ.
ສະພາທຸລະກິດສະຫະລັດ-ອາຊຽນ ຕັ້ງຢູ່ວໍຊິງຕັນ ດີຊີ ໄດ້ດໍາເນີນງານມາເປັນເວລາ
30 ປີ ແລະ ມີຫ້ອງການສາຂາຢູ່ຫຼາຍເມືອງທົ່ວໂລກ ເຊິ່ງລວມທັງ ນິວຢອກ ສິງກະໂປ
ໄທ ແລະ ຫວຽດນາມ. ປັດຈຸບັນ, ສະພາທຸລະກິດນີ້ຕາງໜ້າໃຫ້ຫຼາຍກວ່າ 140 ບໍລິສັດ
ຂະໜາດໃຫຍ່ທີ່ສຸດ ຂອງສະຫະລັດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...