ປລ. ໃນວັນທີ 3 ສິງຫາ 2018, ກະຊວງການຕ່າງປະເທດໄທ ແລະ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ມອບເງິນຈຳນວນ 7,2 ລ້ານກວ່າບາດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອນຳໄປຊ່ວຍຜູ້ປະສົບໄພນ້ຳຖວ້ມຢູ່ບັນດາແຂວງຕ່າງໆຂອງ ສປປ ລາວ.
ເງິນຈໍານວນດັ່ງກ່າວນີ້ປະກອບດ້ວຍ 5 ລ້ານບາດຈາກກະຊວງການຕ່າງປະເທດໄທ ໂດຍມອບຜ່ານສະຖານເອກອັກຄະລັດຖະທູດລາວປະຈຳປະເທດໄທ ແລະ 2,2 ລ້ານກວ່າບາດຈາກສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຊຶ່ງຕາງໜ້າມອບໂດຍ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ສູນຮັບບໍລິຈາກຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງສືບຕໍ່ຮັບເອົາການຊ່ວຍເຫລືອຈາກທຸກພາກສ່ວນ, ຊຶ່ງທ່ານສາມາດສອບຖາມຂໍ້ມູນ ຫລື ຕິດຕໍ່ພົວພັນຜ່ານສາຍດ່ວນໂດຍບໍ່ໄດ້ເສຍຄ່າ ໂທ: 1511, 1522 ຕັ້ງແຕ່ເວລາ 8:00 ໂມງ ຫາ 18:00 ໂມງ.
ຂ່າວ: ສິງຄຳ, ພາບ: ຄັດທະນາມ
ຂ່າວ: ສິງຄຳ, ພາບ: ຄັດທະນາມ

No comments:
Post a Comment