Sunday, 5 August 2018

ເຮືອບິນ ຕົກທີ່ພູເຂົາສະວິສເສຍຊີວິດ 20 ສົບ

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສະວິດເຊີແລນ ເມື່ອວັນທີ່ 5 ສິງຫາວ່າ ທ່ານນາງສາວແອນິຕາ ເຊນຕິ ໂຄສົກຕຳຫຼວດສະວິດເຊີແລນຖະແຫຼງວ່າ ຕຳຫຼວດຮູ້ສຶກເສົ້າທີ່ຕ້ອງແຈ້ງໃຫ້ຮູ້ວ່າຜູ້ໂດຍສານ ແລະຈຸບິນລວມ 20 ຄົນເທີງເຮືອບິນເກົ່າສະໄຫມສົງຄາມໂລກຄັ້ງທີ່ 2 ທີ່ປະສົບອຸບັດຕິເຫດຕົກເທີງພູເຂົາໃນປະເທດສະວິດເຊີແລນເມື່ອວັນເສົາທີ່ຜ່ານມານັ້ນເສຍຊີວິດທັງຫມົດແຍກເປັນຜູ້ຊາຍ 11 ຄົນ ແລະຜູ້ຍິງ 9 ຄົນ ມີຄູ່ສາມີພັນລະຍາຊາວອອສເຕຣຍ ແລະລູກຊາຍລວມຢູ່ໃນກຸ່ມຜູ້ເສຍຊີວິດອີກດ້ວຍ
ເຮືອບິນແບບ Junker JU52 HB-HOT ສ້າງໃນປະເທດເຢຍລະມັນເມື່ອປີ ຄສ 1939 ປະຈຸບັນເປັນເຮືອບິນເກົ່າເຫມາະສຳລັບນັກສະສົມອາກາດຍານ ຕົກເທີງຍອດພູປິຊ ເຊກນັສ
ລະດັບຄວາມສູງ 3,000 ແມັດທາງຕາເວັນອອກຂອງສະວິດເຊີແລນ ສ່ວນຈຸດທີ່ເຮືອບິນຕົກຢູ່ທີ່ລະດັບ 2,540 ແມັດ ເສດຊາກຊິ້ນສ່ວນກະຈາຍ ຈື່ງມີຄວາມເປັນໄປໄດ້ທີ່ຈະເກີດການລະເບີດຂື້ນເຮັດໃຫ້ເຮືອບິນຕົກ ເຮືອບິນນຳທ່ຽວລຸ້ນນີ້ເປັນຂອງບໍລິສັດ JU-Air ຊື່ງກ່ຽວຂ້ອງກັບກອງທັບສະວິດເຊີແລນ ແລະທາງບໍລິສັດໄດ້ສັ່ງລະງັບການໃຊ້ເຮືອບິນລຸ້ນນີ້ແລ້ວ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...