ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນລ້ານຊ້າງຢູໄນເຕັດ ແລະ ປະທານກຸ່ມບໍລິສັດອິນທຣາ ໄດ້ໃຫ້ສຳພາດວ່າ: ພາຍ ຫລັງເກີດໄພພິບັດນໍ້າຖ້ວມ ສະໂມສອນລ້ານຊ້າງ ຢູໄນເຕັດ ໄດ້ລະດົມທຶນເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດສອງແຂວງຄື: ແຂວງອັດຕະປື ແລະ ແຂວງຄໍາມ່ວນ ເຊິ່ງປະກອບມີ ຖົງເຄື່ອງການດຳລົງຊີວິດເບື້ອງຕົ້ນ ຈໍານວນ 400 ກວ່າຖົງ, ເຂົ້າສານ 150 ກິໂລ, ນໍ້າດື່ມ 1.500 ແພັກ, ນໍ້າດື່ມຕຸກໃຫຍ່ 2.000 ກວ່າຕຸກ, ເຕັ້ນ 100 ດ່າງ. ນອກຈາກນັ້ນ, ຍັງມີ ເຄື່ອງໃຊ້ພາຍໃນຄົວເຮືອນ ແລະ ເຄື່ອງອຸປະໂພກທີ່ຈໍາເປັນ ລວມມູນຄ່າ 745 ລ້ານກີບ.
ສໍາລັບການບໍລິຈາກເຄື່ອງໄດ້ເລີ່ມແຕ່ວັນທີ 24 ກໍລະກົດເປັນຕົ້ນມາຈົນຮອດ 31 ກໍລະກົດ ໂດຍ້ລົງຕິດຕາມ ແລະ ແຈກຢາຍດ້ວຍຕົນເອງ. ນອກຈາກນັ້ນ, ຍັງໄດ້ມອບເຮືອໃຫ້ແກ່ແຂວງອັດຕະປື ແລະ ແຂວງຄໍາມ່ວນ ເພື່ອອຳນວຍຄວາມສະດວກໃນການປະຕິບັດງານຂອງເຈົ້າໜ້າທີ່.


No comments:
Post a Comment