ມຸສຕາຟາ ໂອຊິລ ບິດາຂອງ ເມຊຸດ ໂອຊິລ ມິດຟລິລຄົນດັງຂອງອາເຊນອລ ຍອມຮັບຢາກໃຫ້ລູກຊາຍເຊົາຫຼີ້ນໃຫ້ກັບ ທີມຊາດເຢຍລະມັນ ຫຼັງຕົກເປັນແກະຮັບບາບຈາກການກະເດັນຕົກຮອບທຳອິດໃນບານໂລກ 2018 ແບບຊ໊ອກໂລກຂອງ “ອິນຊີເຫຼັກ”
ໂອຊິລ ຖືກວິຈານຢ່າງໜັກວ່າເຮັດຜົນງານໄດ້ຕໍາ່ກວ່າມາດຕະຖານ ແລະ ມີສ່ວນສຳຄັນເຮັດໃຫ້ເຢຍລະມັນ ຕົກຮອບທຳອິດ ໃນຖະນະທີມອັນດັບສຸດທ້າຍຂອງກຸ່ມ ເອຟ ຂະນະທີ່ກ່ອນໜ້າທົວນາເມັ້ນເຂົາກໍ່ຖືກໂຈມຕີຢ່າງໜັກຢູ່ແລ້ວຈາກກໍລະນີໄປຖ່າຍພາບຮ່ວມກັບ ເຣເຊປ ເອີຣໂດກັນ ປະທານາທິບໍດີຂອງ ຕຸຣກີ ຈົນເຮັດໃຫ້ຫຼາຍຄົນຕັ້ງຄຳຖາມເຖິງຄວາມຈົ່ງຮັກພັກດີຕໍ່ເຢຍລະມັນຂອງເຂົາ
ຂະນະທີ່ ໂອຊິລ ຊີເນຍ ເບິ່ງວ່າ ລູກຊາຍຖ່າຍພາບກັບ ເອີຣໂດກັນ ດ້ວຍເຈດຕະນາທີ່ບໍລິສຸດ ໂດບໍ່ມີປະເດັນທາງການເມືອງມາແອບແຝງ ພ້ອມທັງຍັງກ່າວປົກປ້ອງໃນກໍລະນີທີ່ເຈົ້າໂຕທີ່ຈະປິດປາກງຽບບໍ່ຍອມອອກມາຊີ້ແຈງໃດໆອີກດ້ວຍ
“ເຂົາບໍ່ຢາກຈະອະທິບາຍໂຕເອງຢູ່ແລ້ວ ເຂົາບໍ່ຢາກຈະຕ້ອງອອກມາປົກປ້ອງໂຕເອງຕະຫຼອດເວລາ ເຂົາລົງຫຼີ້ນໃຫ້ເຢຍລະມັນມາແລ້ວ 9 ປີ ລວມທັງຍັງເຄີຍຄວ້າແຊ້ມໂລກໃນທີມຊຸດໃຫຍ່ດ້ວຍ ເຂົາສ້າງປະໂຫຍດໃຫ້ປະເທດນີ້ຫຼວງຫຼາຍ ມັນເປັນຢ່າງນີ້ສະເໝີເມື່ອເຮົາຊະນະ ເຮົາຊະນະດ້ວຍກັນ ແຕ່ເມື່ອເຮົາແພ້ ເຮົາແພ້ເພາະໂອຊິລ”
“ຕອນນີ້ເຂົາຖືກໂຫ່ ແລະ ຖືກໃຫ້ເປັນແກະຮັບບາບ ຂ້ອຍເຂົ້າໃຈໄດ້ຖ້າເຂົາຮູ້ສືກຕົນເອງຖືກດູຖູກ ເຂົາຈຳເປັນຕ້ອງຕັດສິນໃຈດ້ວຍໂຕເອງ ແຕ່ຖ້າຂ້ອຍເປັນເຂົາ ຂ້ອຍຈະເວົ້າວ່າ ຂອບໃຈຫຼາຍເຮົາພໍກັນເທົ່ານີ້ ຕອນນີ້ນ່າເຈັບປວດຫຼາຍຂື້ນເລື້ອຍໆ ໃຜຈະຮູ້ວ່າຈະເກີດຫຍັງຂື້ນໃນເກມຕໍ່ໄປ ຖ້າຂ້ອຍເປັນເມຊຸດ ຂ້ອຍຈະເຊົາຫຼີ້ນໃຫ້ທີມຊາດ ແຕ່ນັ້ນຄືຄວາມເຫັນສ່ວນໂຕຂອງຂ້ອຍເທົ່ານັ້ນ” ມຸດຕາຟາ ໂອຊິລ ກ່າວ

No comments:
Post a Comment