Monday, 9 July 2018

ບໍ່ຄຳເຊໂປນ ເຊື່ອວ່າ: ເມືອງວິລະບູລີ ເປັນໜຶ່ງໃນເຂດຂຸດຄົ້ນບໍ່ແຮ່ເກົ່າແກ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້

ນັບແຕ່ປີ 2008 ເປັນຕົ້ນມາ, ບໍລິສັດ ລ້ານຊ້າງ ມິນເນໂຣນສ໌ ລິມິເຕັດ (LXML) ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ການຄົ້ນຄວ້າດ້ານບູຮານຄະດີ ແລະ ສະຖານປະຫວັດສາດລາວ ທີ່ມີອາຍຸຍາວນານ ຜ່ານມາໄດ້ປະມານ 3.000 ປີ ໂດຍໄດ້ຮັບການຮ່ວມມືຈາກກົມມໍລະດົກຂອງ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຈມສ໌ ຄຸກ ຂອງອົດສະຕຣາລີ.
ບໍລິສັດ LXML ໄດ້ມີການຄົ້ນພົບທີ່ພົ້ນເດັ່ນຢູ່ບໍ່ຄຳ-ທອງເຊໂປນ ທີ່ເມືອງວິລະບູລີ, ແຂວງສະຫວັນນະເຂດ. ຫວ່າງບໍ່ດົນມານີ້, ການຄົ້ນພົບວັດຖຸບູຮານທີ່ມີອາຍຸການຫຼາຍກວ່າ 3.000 ປີ ໄດ້ຊີ້ໃຫ້ພວກເຮົາຮູ້ຈັກກ່ຽວກັບວິທີການຂຸດຄົ້ນບໍ່ແຮ່ ທີ່ມີມາໃນຫຼາຍພັນປີກ່ອນ. ຫຼ້າສຸດ ໃນເດືອນ ມີນາ 2018, ທີມງານບູຮານຄະດີໄດ້ຄົ້ນພົບຮ່ອງຮອຍຂອງການຂຸດຄົ້ນແຮ່ທອງໃນສະໄໝບູຮານທີ່ໄດ້ມີການຂຸດຄົ້ນແບບຂຸມສ້າງກວ່າ 100 ຂຸມ. ຮ່ອງຮອຍການຂຸດຄົ້ນດັ່ງກ່າວໄດ້ບົ່ງບອກໃຫ້ຮູ້ເຖິງການນຳໃຊ້ເຕັກນິກການຂຸດຂຸມສ້າງ ເຊິ່ງເປັນວິທີການຂຸດຄົ້ນບໍ່ແຮ່ທີ່ນິຍົມກັນໃນສະໄໝນັ້ນ ແລະ ຍັງໄດ້ຖືກອອກແບບເພື່ອປ້ອງກັນຄວາມສ່ຽງຈາກມວນດິນທີ່ອາດຍຸບໂຕເຈື່ອນລົງທັບຖົມຄົນ-ຜູ້ທີ່ລົງຂຸດເອົາສິນແຮ່. ພ້ອມດຽວກັນນີ້, ກໍຍັງຄາດວ່າແຮງງານປະຈຳໃນແຕ່ລະຂຸມແມ່ນຕ້ອງໄດ້ມີຢ່າງຕ່ຳ 3 ຄົນ ເພື່ອປ່ຽນຜຽນ ແລະ ຄວບຄຸມວຽກຂຸດຄົ້ນບໍ່ແຮ່ຊ່ວຍກັນ.
ການຄົ້ນພົບນີ້ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນ ວ່າ: ໃນຂະນະທີ່ເຕັກນິກການຂຸດຄົ້ນແຮ່ໄດ້ພັດທະນາໄປເປັນກ້າວໆ ຕາມການເວລາ; ຄວາມປອດໄພແມ່ນຍັງຄົງສືບຕໍ່ເປັນບູລິມະສິດໃນເມື່ອກ່ອນ ແລະ ໃນປັດຈຸບັນ, ເຕັກນິກ ແລະ ການປະຕິ ບັດວຽກງານເຫຼົ່ານີ້ໄດ້ສະແດງໃຫ້ເຮົາເຫັນວ່າ ນັກຂຸດຄົ້ນບໍ່ແຮ່ໃນສະໄໝບູຮານໄດ້ເອົາໃຈໃສ່ນຳເອົາເລື່ອງຄວາມປອດໄພມາຢູ່ໃນແຖວໜ້າຂອງວຽກຂຸດຄົ້ນບໍ່ແຮ່. ອີງຕາມການວິໃຈ ການເວລາທີ່ຕົກທອດຂອງທາດກາກບອນນັ້ນ, ເພິ່ນສາມາດກຳນົດໄດ້ວ່າ: ການຂຸດຄົ້ນບໍ່ແຮ່ໃນຂົງເຂດນີ້ແມ່ນໄດ້ເກີດຂຶ້ນມາປະມານ 3.000 ປີກ່ອນ ເຊິ່ງໝາຍຄວາມວ່າ ເມືອງວິລະບູລີ ເປັນໜຶ່ງໃນຂົງເຂດຂຸດຄົ້ນບໍ່ແຮ່ ແລະ ຜະ ລິດໂລຫະກິດ ທີ່ເກົ່າແກ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ພວກເຮົາເຊື່ອວ່າ ການຂຸດຄົ້ນແຮ່ສະໄໝບູຮານແມ່ນໄດ້ເລີ່ມຕົ້ນຂຶ້ນທີ່ບໍ່ຄຳ-ທອງເຊໂປນ ໃນປະມານ 1.300 ປີທີ່ຜ່ານມາ (ກໍຄືກ່ອນປີ ຄສ 700). ການຢັ້ງຢືນນີ້ແມ່ນໄດ້ມາຈາກການວິໃຈຈາກທາດກາກບອນທີ່ພົບໃນຝາກະແຕະໄມ້ໄຜ່ໃນຂຸມສ້າງຂຸດຄົ້ນບໍ່ແຮ່ທີ່ມີການຄ້ຳຢັນເພື່ອກັນເຈື່ອນດ້ວຍໂຄງສ້າງທີ່ໄດ້ຕອກເສົາດ້ວຍລຳໄມ້ ແລະ ວາງຂອບດ້ວຍທ່ອນໄມ້ນ້ອຍທີ່ອ້ອມດ້ວຍກະແຕະໄມ້ໄຜ່. ໂຄງສ້າງເພື່ອກັນພັງທັງໝົດ ດັ່ງກ່າວ ແມ່ນໄດ້ຖືກອັດຮັກສາໄວ້ໃນຊັ້ນດິນໜຽວທີ່ເລິກລົງໄປຈາກໜ້າດິນປະມານ 10 ຫາ 40 ແມັດ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: ການຂຸດຄົ້ນສິນແຮ່ບູຮານຢູ່ໃນເຂດບໍ່ຄຳ-ທອງ ເຊໂປນ ໄດ້ໄຂປະຫວັດສາດການຂຸດຄົ້ນແຮ່ ແລະ ໄດ້ມີການຕັ້ງຖິ່ນຖານຂອງພົນລະເມືອງໃນຂົງເຂດນີ້ໃນຫຼາຍພັນປີກ່ອນ. ການຄົ້ນພົບເຫຼົ່ານີ້ ຍັງເປັນຫຼັກຖານສຳຄັນທີ່ສະແດງໃຫ້ຮູ້ເຖິງຄວາມສຳຄັນຂອງກິດຈະກຳບໍ່ແຮ່ຕໍ່ກັບຄວາມສີວິໄລໃນເຂດພາກພື້ນນີ້, ລວມທັງຄວາມກ້າວໜ້າທາງດ້ານວຽກງານຄວາມປອດໄພໃນຂະແໜງການບໍ່ແຮ່ ທີ່ໄດ້ຜ່ານການເວລາມາແລ້ວ.”
ເມື່ອບໍ່ດົນມານີ້ ເພິ່ນຍັງໄດ້ຄົ້ນພົບວັດຖຸບູຮານອື່ນໆ ກໍຄືອຸປະກອນການຂຸດຄົ້ນສິນແຮ່ ເຊັ່ນ: ຂັ້ນໄດໄມ້,ໝາກລອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່, ເສັ້ນຫວາຍ ແລະ ເຊືອກເຄືອຫວາຍດິນ ເຊິ່ງທັງໝົດນີ້ແມ່ນໄດ້ຖືກເກັບຮັກສາໄວ້ໃນຊັ້ນດິນໜຽວໃນສ່ວນເລິກ ທີ່ຖືກອັດແໜ້ນຢູ່ໃນສະພາບແວດລ້ອມທຳມະຊາດທີ່ຫາໄດ້ຍາກ.
ວັດຖຸທີ່ໄດ້ຄົ້ນພົບ ເມື່ອບໍ່ດົນມານີ້ ໄດ້ຖືກນຳໄປສະສົມ ແລະ ວາງສະແດງໄວ້ທີ່ຫໍວັດທະນະທຳເມືອງວິລະບູລີ. ວັດຖຸບູຮານສຳຄັນອື່ນໆ ລວມທັງຄ້ອງບ້າງ “ດົງຊັນ” ທີ່ເປັນທອງສຳລິດ ແມ່ນໄດ້ຖືກນຳໄປຈັດວາງສະແດງໄວ້ທີ່ຫໍພິພິດທະພັນແຫ່ງຊາດທີ່ນະຄອນຫຼວງວຽງຈັນ. ການຄົ້ນພົບເຄື່ອງປັ້ນດິນເຜົາ, ກະດິ່ງທອງສຳລິດ, ເຄື່ອງປະດັບຕ່າງໆ, ເຄື່ອງໃຊ້ໃນພິທີກຳ ແລະ ວັດຖຸບູຮານອື່ນໆ ຍັງໄດ້ຊີ້ໃຫ້ເຫັນວ່າປະເທດລາວໃນອະດີດ ເປັນສະຖານທີ່ສຳຄັນໃນປະຫວັດສາດຂອງພາກພື້ນນີ້.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...