ເພື່ອຫຼຸດຜ່ອນອຸທົກກະໄພທີ່ອາດຈະເກີດຂຶ້ນ ທີ່ມີຜົນສືບເນື່ອງມາຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະລິມານນ້ຳໃນສາຂາຕ່າງໆ ລວມທັງປະລິມານນ້ຳໃນອ່າງເກັບຂອງຈຳນວນເຂື່ອນຕ່າງໆຍື່ງຂຶ້ນ ເຊິ່ງອາດຈະເຮັດໃຫ້ເກີດໄພພິບັດທີ່ມີຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ດັ່ງນັ້ນ, ບໍລິສັດ ໄຟຟ້າ ນ້ຳທາ 1 ລາວ ຈຳກັດ ຈຶ່ງໄດ້ອອກແຈ້ງການ ເລກທີ NT1-BK-2018-06 ລົງວັນທີ 21 ກໍລະກົດ 2018 ວ່າດ້ວຍການປ່ອຍນ້ຳຂອງເຂື່ອນໄຟຟ້ານ້ຳທາ 1 ເຊິ່ງໃນແຈ້ງການລະບຸໄວ້ວ່າ: ເນື່ອງຈາກການກັກເກັບນ້ຳຂອງໂຄງການເຂື່ອນໄຟຟ້ານ້ຳທາ 1 ໄລຍະທີ 1 ປັດຈຸບັນແມ່ນສຳເລັດແລ້ວ ຈຳຕ້ອງໄດ້ປ່ອຍນ້ຳປະລິມານໜຶ່ງ ເພື່ອຮັກສາລະດັບນ້ຳປະຈຸບັນໄວ້ ປະມານ 5 ມື້. ດັ່ງນັ້ນ, ບໍລິສັດໄຟຟ້ານ້ຳທາ 1 ລາວຈຳກັດ ຈຶ່ງມີແຜນເປີດປະຕູປ່ອຍນ້ຳໃນວັນທີ 22 ກໍລະກົດ 2018 ໃນຕອນແລງ ເວລາ 15: 00 ໂມງ ຄາດຄະເນວ່າຈະປິດປະຕູນ້ຳໃນວັນທີ 27 ກໍລະກົດ 2018 ໃນຕອນແລງ ເວລາ 15:00 ໂມງ. ສະນັ້ນ, ລະຫວ່າງການປ່ອຍນໍ້າ ລະດັບນໍ້າແຕ່ພື້ນນໍ້າ ເຖິງໜ້ານໍ້າຂອງສາຍລຸ່ມເຂື່ອນຈະສູງຂຶ້ນ 6 ແມັດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອແຈ້ງຕໍ່ຫາໝູ່ບ້ານແຄມນ້ຳລຸ່ມເຂື່ອນ ບໍ່ໃຫ້ກິດຈະກຳຢູ່ເຂດອັນຕະລາຍ, ຮັກສາຊັບສິນຂອງຕົນໃຫ້ດີ ເພື່ອຫຼີກລ້ຽງຄວາມເສຍຫາຍທີ່ບໍ່ຈຳເປັນ. ສະນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ປະຕິບັດຕາມທາງຄວນດ້ວຍ.
ບໍລິສັດ ໄຟຟ້ານ້ຳທາ 1 ລາວ ຈໍາກັດ ເປັນວິສາຫະກິດປະສົມ ລາວ-ຈີນ ໂດຍລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20% ແລະ China Southern Grid International ຫຼື CSGI ຖືຮຸ້ນ 80% ໂຄງການເຂື່ອນໄຟຟ້ານ້ຳທາ 1 ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ ຕົ້ນເດືອນ ກໍລະກົດ 2014 ເປັນຕົ້ນມາ ໂຄງການຕັ້ງຢູ່ບ້ານຜາຊ້າງ ເມືອງຜາອຸດົມ ແຂວງບໍ່ແກ້ວ.
ພາຍຫຼັງ ມີການປ່ອຍນ້ຳອອກຈາກເຂື່ອນ 2-3 ມື້ຜ່ານມາ ປັດຈຸບັນນີ້ຍັງບໍ່ທັນມີການລາຍງານເຖິງສະພາບການຕ່າງໆ. ດັ່ງນັ້ນ, ເພື່ອຫຼີກລຽງໄພພິບັດທີ່ອາດຈະເກີດຂຶ້ນ ຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດແຂວງດັ່ງກ່າວຈົ່ງມີສະຕິ ແລະ ເຄື່ອນຍ້າຍສິ່ງຂອງໄປໄວ້ທີ່ປອດໄພ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment