Friday, 27 July 2018

ແຂວງຄຳມ່ວນກຳລັງປະເສີນກັບນ້ຳຖ້ວມໜັກ


ປະຈຸບັນປະຊາຊົນຫຼາຍກວ່າ 180 ບ້ານ, ເນື້ອທີ່ນາຫຼາຍກວ່າ 3.800 ເຮັກຕາໃນຈຳນວນ 7 ເມືອງຂອງແຂວງຄຳມ່ວນຄື : ເມືອງບົວລະພາ, ຫີນບູນ, ທ່າແຂກ, ໄຊບົວທອງ, ຍົມມະລາດ, ມະຫາໄຊ ແລະ ໜອງບົກ ໄດ້ຮັບຜົນກະທົບຈາກສະພາບນໍ້າຖ້ວມ ພາຍຫຼັງຝົຍຕົກໜັກ ແລະ ລະດັບນໍ້າຂອງ, ນໍ້າເຊບັ້ງໄຟສູງຂື້ນເກີນລະດັບອັນຕະລາຍ.




ທ່ານ ບຸນຊ່ຽງ ຊາພັກດີ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງຄຳມ່ວນ ຕາງໜ້າໃຫ້ກອງເລຂາຄະນະກຳມະການປ້ອງກັນ ແລະຄຸ້ມຄອງໄພພິບັດຂັ້ນແຂວງໃຫ້ສຳພາດວ່າ: ພາຍຫຼັງລະດັບນ້ຳຂອງ ແລະແມ່ນ້ຳສາຂາຕ່າງໆເລີ່ມມີທ່າອ່ຽງສູງຂຶ້ນນັບແຕ່ວັນທີ 25 ເປັນຕົ້ນມາ ອົງການປົກຄອງແຂວງໄດ້ປະສານສົມທົບກັບພາກສ່ວນຕ່າງໆຕິດຕາມເຝົ້າລະວັງ ແລະແຈ້ງເຕືອນປະຊາຊົນໃຫ້ກຽມພ້ອມຮັບມື ໂດຍສະເພາະບັນດາເມືອງລຽບຕາມແມ່ນ້ຳ ແລະມີຄວາມສ່ຽງທຸກປີ ເພື່ອຫຼຸດຜ່ອນຜົນກະທົບໃຫ້ໜ້ອຍລົງ.
ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໃຫ້ຮູ້ຕື່ມວ່າ: ປະຈຸບັນພວມເກັບກຳຂໍ້ມູນກ່ຽວກັບຄວາມເສຍຫາຍລະອຽດຕື່ມ ໂດຍມອບຄວາມຮັບຜິກຊອບໃຫ້ຄະນະກຳມະການປ້ອງກັນ ແລະຄຸ້ມຄອງໄພພິບັດຂັ້ນແຂວງ ຕິດຕາມຊຸກຍູ້ໃຫ້ຂັ້ນເມືອງແກ້ໄຂສຸກເສີນປະຊາຊົນຜູ້ໃດຮັບຜົນກະທົບທັງໄລຍະສັ້ນ ແລະໄລຍະຍາວພາຍຫຼັງນ້ຳບົກແຫ້ງ.
Cr. Lao National Radio

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...