Friday, 13 July 2018

ປ. ດໍໂນລ ທຣໍາ ເຜີຍແຜ່ ໜັງສື ຈາກ​ຜູ້ນຳ ​ເກົາຫຼີ​ເໜືອ ທ່ານກິມ ຈົງ ອຶນ

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ວ່າ ທ່ານ​ໄດ້​ຮັບ​ໜັງສື “ທີ່​ດີ” ຈາກ​ຜູ້
ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອືນ ທີ່​ຍ້ອງຍໍ​ຄວາມ​ພະ​ຍາ​ຍາມ ​ໂດຍ​ຜູ້ນຳ​ອາ​ເມຣິກາ ​ເພື່ອ
ປັງ​ປຸງ​ຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ອອກ​ຖະ​ແຫຼ​ງກາ​ນຮ່ວ​ມ​ ເຊັນ​ໂດ​ຍຜູ້
ນຳ​ທັງ​ສອງ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງພວກທ່ານ​ທີ່​ສິງກະໂປ​ ໃນ​ເດືອນ​ມິຖຸນາ​ທີ່
​ຜ່ານ​ມາ​.
ປະທານາທິບໍດີ​ທຣໍາ ​ໄດ້​ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ​ ທີ່​ມີ​ຮູບ​ພາບ​ໜັງສື​ ຕິດ​ຕາມດ້ວຍ​
ການແປເປັນ​ພາສາ​ອັງກິດ ທີ່ກ່າວ​ວ່າ ​ໜັງ​ສື​ຈາກ​ຜູ້ນຳ​ເກົາຫຼີ​ເໜືອ​ສະ​ແດງ​ໃຫ້​ເຫັນ​ວ່າ
“ໄດ້ມີ​ຄວາມ​ກ້າວໜ້າ​ອັນ​ໃຫຍ່​ຫຼວງ.”
ທ່ານ​ກິມກ່າວ​ຢູ່​ໃນ​ໜັງສື​ວ່າ “ຂ້າ​ພະ​ເຈົ້າເຊື່ອໝັ້ນຢ່າງໜັກແໜ້ນ​ວ່າຄວາມ​ໝາຍ​ໝັ້ນ​
ອັນ​ແຮງ​ກ້າ ຄວາມພະຍາຍາມແບບ​ຈິງ​ໃຈ ​ແລະການເຂົ້າເຖິງພິ​ເສດຂອງ​ຂ້າພະ​ເຈົ້າ
​ແລະ​ທ່ານ​ປະທານາທິບໍດີ ທີ່ແນ​ໃສ່​ການ​ເປີດ​ໂອກາດ​ໃໝ່​ລະຫວ່າງ ສາທາລະນະ​ລັດ​ປະຊາທິປະ​ໄຕເກົາ​ຫຼີ​ ຫຼື DPRK ​ແລະ​ສະຫະລັດ ຈະ​ມີໝາກ ຜົນ​ຢ່າງແນນ​ອນ.”
ໜັງສື​ສະບັບນີ້ ໄດ້ນຳອອກ​ເຜີຍ​ແຜ່​ໃນ​ວັນ​ດຽວ​ກັນ ກັບທີ່ມີລາຍ​ງານ​ວ່າ ​ເກົາຫຼີ​ເໜືອ​ບໍ່
ໄດ້​ປາກົດ​ໂຕ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ການ​ເຈລະຈາກັບ​ເຈົ້າ​ໜ້າ​ທີ່​ສະຫະ ລັດ ກ່ຽວ​ກັບ
​ການ​ສົ່ງ​ຊາກກະດູກທະຫານອາ​ເມຣິກັນທີ່​ໄດ້​ເສຍ​ຊີວິດ​ຢູ່​ໃນ​ສົງຄາມ​ເກົາ​ຫຼີ​ເໜືອ ​ໃນ​
ຕົ້ນ​ຊຸມ​ປີ 1950 ຊຶ່ງເປັນຮ່ອງ​ຮອຍອັນ​ໃໝ່ ​ຂອງຄວາມ​ເຄັ່ງ​ຕຶງ​ລະຫວ່າງປະເທດ
ທັງ​ສອງ​.
ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຄາດວ່າ ບັນດາ​ຜູ້​ເຈລະຈາຂອງ​ເກົາຫຼີ​ເໜືອ​ຈະໄປ​ປາກົດ
​ໂຕ​ໃນ​ການ​ສົນທະນາ​ຢູ່​ເຂດ​ປອດ​ທະຫານ ໃນ​ແຫຼມ​ເກົາຫຼີ ຫຼັງ​ຈາກ​ລັດ ຖະມົນຕີ​ຕ່າງ
ປະ​ເທດສະຫະລັດ ​ທ່ານ​ໄມ​ຄ໌ ພອມພຽວ ຄິດ​ວ່າ ​ທ່ານ​ໄດ້​ບັນລຸການ​ຕົກລົງ ໃນ​ການ​ພົບ​
ປະ​ອາທິດ​ແລ້ວ​ ທີ່​ນະຄອນ​ພຽງ​ຢາງ ກ່ຽວ​ກັບ​ການ​ປະ ກາດ​ຂອງ​ເກົາຫຼີ​ເໜືອ ​ທີ່​ຈະ​ຍຸຕິ​
ໂຄງການ​ອາວຸດ​ນິວ​ເຄລຍ.
​ແຕ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ແລະ​ພວກ​ເຈົ້າ​ໜ້າ​ທີ່ຈາກກອງບັນຊາ​ການ​
ສະຫະ​ປະຊາ​ຊາດ ​ໄດ້​ຖືກ​ປະປ່ອຍ​ໃຫ້ລໍຖ້າທີ່ເຂດ​ປອດທະຫານ ​ໂດຍ​ທີ່​ບໍ່​ມີ​ການ​ອ​ະທິ
ບາຍ​ກ່ຽວກັບການ​ບໍ່​ປາກົດ​ໂຕ​ຂອງເຈົ້າໜ້າທີ່​ເກົາ​ຫຼີ​ເໜືອ ອີງ​ຕາມລາຍງານ ​ຂອງອົງ
ການ​ຂ່າວ​ຢອນ​ຮັບ​ ຂອງ​ເກົາຫຼີ​ໃຕ້ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ສະຫະລັດ ຜູ້​ທີ່​ກ່າວ​ຕໍ່​ໂທ
ລະພາບ CNN ​ແລະ​ໜັງສື​ພິມ​ວໍ​ຊິງ​ຕັນໂພສທ໌.
​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ພ້ອມ​ແລ້ວ ​ແຕ່​ບໍ່​ໄດ້​ມີ​ຂຶ້ນ. ​ເຂົາ​ເຈົ້າ​ບໍ່​ປາກົດ​ໂຕ.”
ກະຊວງ​ຕ່າງປະ​ເທດ​ເກົາຫຼີ​ໃຕ້​ກ່າວ​ວ່າ ພວກ​ນາຍ​ທະຫານ​ເກົາຫຼີ​ເໜືອ ບັດ​ນີ້​ຂໍ ພົບ​ປະ
​ໃນ​ວັນ​ອາທິດ​ຈະ​ມາ​ເຖິ​ງນີ້ ກ່ຽວ​ກັບ ​ການ​ສົ່ງ​ຊາກ​ກະດູກ​ຂອງພວກທະຫານທີ່ເສຍຊີວິດ
ໃນປາງ​ສົງຄາມ ​ໂດຍ​ທີ່​ພຽງ​ຢາງ​ຕ້ອງການ​ຢາກ​ສົນທະນາ​ບັນ​ຫາດັ່ງກ່າວ ກັບ​ນາຍ​ພົນ​ສະຫະລັດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...