Sunday, 8 July 2018

ອາເມລິກາບອກ “ເກົາຫຼີເຫນືອ” ໃຫ້ເອົາແບບຢ່າງ “ຫວຽດນາມ”

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຮ່າໂນ້ຍປະເທດຫວຽດນາມເມື່ອວັນທີ່ 8 ກໍລະກົດວ່າ ທ່ານໄມຄ ປອມເປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ກ່າວຕໍ່ທີ່ປະຊຸມຜູ້ບໍລິຫານທຸລະກິດ ໃນນະຄອນຮ່າໂນ້ຍ ເມືອງຫຼວງຫວຽດນາມ ເມື່ອວັນອາທິດວ່າ ທ່ານຫວັງວ່າວັນຫນື່ງອາເມລິກາຈະປັບຄວາມເປັນຫຸ້ນສ່ວນກັບເກົາຫຼີເຫນືອ ໃນລະດັບດຽວກັບທີ່ເຄີຍເຮັດກັບຫວຽດນາມ ອະດີດປະເທດສັດຕູຍາວນານ
ຄວາມເຫັນຂອງທ່ານ ປອມເປໂອ ມີຂື້ນຫຼັງຈາກທ່ານເດີນທາງຢ້ຽມຢາມເກົາຫຼີເຫນືອເປັນເວລາ 2 ມື້ ລະຫວ່າງວັນສຸກ – ເສົາທີ່ຜ່ານມາ ໂດຍມີເປົ້າຫມາຍເຈລະຈາເພື່ອໂນ້ມນ້າວ ທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເຫນືອ ໃຫ້ປົດອາວຸດນິວເຄຼຍ ແຕ່ເຂົາຖືກປຽງຢາງກ່າວຫາລັບຫຼັງວ່າ ເຂົາໃຊ້ວິທີການທູດແບບ “ນັກເລງອັນທະພານ”
ທ່ານ ປອມເປໂອ ກ່າວອີກວ່າ ທ່ານໂດນັລ ທຣັມ ເຊື່ອວ່າເກົາຫຼີເຫນືອສາມາດຮຽນແບບແນວທາງຂອງຫວຽດນາມ ຊື່ງກຸ່ມຜູ້ນຳໃນຮ່າໂນ້ຍຮູ້ດີວ່າປະເທດຂອງພວກເຂົາສາມາດປະຕິຮູບ ແລະສ້າງຄວາມສຳພັນກັບອາເມລິກາ ໂດຍບໍ່ສົ່ງຜົນກະທົບຕໍ່ອະທິປະໄຕ ແລະຮູບແບບຂອງລັດຖະບານ
ລັດຖະມົນຕີຕ່າງປະເທດອາເມລິກາກ່າວອີກວ່າ ໃນໄລຍະ 20 ປີທີ່ຜ່ານມາ ການຄ້າທະວີພາຄີ ອາເມລິກາ-ຫວຽດນາມ ເຕີບໂຕແບບພຸ້ງທະລຸເຖິງ 8,000 % ບໍລິສັດຕ່າງໆ ໃນອາເມລິກາເທເງີນລົງທືນໃນຫວຽດນາມຫຼາຍພັນລ້ານດອລລາ ແລະຄວາມມະຫັດສະຈັນນີ້ສາມາດເກີດຂື້ນກັບເກົາຫຼີເຫນືອໄດ້ເຊັ່ນກັນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...