ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເຕຫະຣານປະເທດອີຣ່ານເມື່ອວັນທີ່ 8 ກໍລະກົດວ່າ ນັກໂທດຊາຍຊາວອີຣ່ານ 8 ຄົນ ຊື່ງເປັນສະມາຊິກກຸ່ມກໍ່ການຮ້າຍໄອເອສຂອງຊາວນິກາຍສຸຫນີ່ ຖືກທາງການອີຣ່ານປະຫານຊີວິດ ຈາກຄວາມຜິດຖານກໍ່ການຮ້າຍ ຈາກການບຸກໂຈມຕີອາຄານລັດຖະສະພາອີຣ່ານ ແລະສຸສານຢາຕອລລາຫ ຣູຮອລລາຫ ໂຄໄມນີ ໃນນະຄອນເຕຫະຣານ ໃນເວລາເກືອບຈະພ້ອມກັນເມື່ອວັນທີ່ 7 ມິຖຸນາ 2017 ຊື່ງເຮັດໃຫ້ມີຜູ້ເສຍຊີວິດໃນເຫດການ 17 ຄົນ ບາດເຈັບອີກຫຼາຍສິບຄົນ ຂະນະທີ່ກຸ່ມຄົນຮ້າຍເສຍຊີວິດ 5 ຄົນ
ຫຼັງເກີດເຫດກຸ່ມໄອເອສອອກປະກາດສະແດງຄວາມຮັບຜິດຊອບຕໍ່ການໂຈມຕີຊື່ງນັບເປັນຄັ້ງ ແລກແລະຄັ້ງດຽວຈົນເຖິງຂະນະນີ້ ທີ່ກຸ່ມໄອເອສລົງມືໂຈມຕີໃນອີຣ່ານ ປະເທດທີ່ປະຊາກອນສ່ວນໃຫ່ຍເປັນຊາວນິກາຍຊີອະ
ການປະຫານຊີວິດໃນອີຣ່ານໃຊ້ວິທີແຂວນຄໍ ຢ່າງໃດກໍ່ຕາມ ທາງການອີຣ່ານບໍ່ລະບຸແນ່ຊັດກ່ຽວກັບວັນເວລາ ແລະສະຖານທີ່ປະຫານນັກໂທດ 8 ຄົນຊຸດນີ້ ແຕ່ທ່ານກໍລັມຮອສເຊນ ເອສໄມຈີ ຜູ້ອຳນວຍການສຳນັກງານຍຸດຕິທຳນະຄອນເຕຫະຮານ ເຜີຍຕໍ່ສະຖານີໂທລະພາບແຫ່ງຊາດອີຣ່ານວ່າ ການປະຫານມີຂື້ນເມື່ອ “ຫຼາຍມື້ກ່ອນ” ແຕ່ທາງການຫາກໍ່ປະກາດຕໍ່ສາທາລະນະຊົນເມື່ອວັນເສົາ ດ້ວຍເຫດຜົນດ້ານຄວາມໝັ້ນຄົງ
ມີຜູ້ຖືກຈັບກຸມຖານຕ້ອງສົງໃສກ່ຽວພັນກັບເຫດການອີກຫຼາຍສິບຄົນ ແຕ່ກຳລັງຢູ່ໃນລະຫວ່າງການພິຈາລະນາຂອງສານ ອີຣ່ານເປັນຫນື່ງໃນປະເທດທີ່ມີການປະຫານຊີວິດນັກໂທດຫຼາຍທີ່ສຸດໃນໂລກໃນແຕ່ລະປີ ແຕ່ການປະຫານຊີວິດຫມູ່ເກີດຂື້ນດົນໆຄັ້ງ ໃນເດືອນສິງຫາ 2016 ກຸ່ມສິດທິມະນຸດຊະຍະຊົນລະຫວ່າງປະເທດໂຈມຕີອີຣ່ານ ທີ່ທຳການປະຫານຊີວິດຫມູ່ ນັກໂທດຊາວນິກາຍສຸຫນີ່ພ້ອມກັນ 20 ຄົນ ໃນຄະດີກໍ່ການຮ້າຍ ຫຼັງການດຳເນີນຄະດີໃນສານດົນ 6 ປີ ແລະໃນເດືອນ ສິງຫາ 2007 ອີຣ່ານແຂວນຄໍປະຫານຊີວິດ ນັກໂທດຄະດີຂົ່ມຂືນ ພ້ອມກັນ 7 ຄົນໃນເມືອງມາຊຮັດ ທາງພາກຕາເວັນອອກສຽງເຫນືອ


No comments:
Post a Comment