Sunday, 1 July 2018

ເກົາຫຼີເຫນືອວອນຈີນຊ່ວຍຢຸດຕິຂວຳ້ບາດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຕກຽວປະເທດຍີ່ປຸ່ນເມື່ອວັນທີ່ 1 ກໍລະກົດວ່າ ຫນັງສືພິມໂຢມິຢູຣິ ຊິມບຸນຂອງຍີ່ປຸ່ນລາຍງານວ່າ ທ່ານຄິມ ຈອງ ອຶນ ຜູ້ນຳເກົາຫຼີເຫນືອໄດ້ຮ້ອງຂໍຕໍ່ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ໃນລະຫວ່າງພົບຫາລືກັນຄັ້ງທີ່ 3 ໃນນະຄອນປັກກິ່ງເມື່ອເດືອນມິຖຸນາທີ່ຜ່ານມາ ຂໍໃຫ້ຈີນຫາທາງຊ່ວຍຢຸດຕິມາດຕະການຂວຳ້ບາດເກົາຫຼີເຫນືອ ທັງທີ່ປະສົບຜົນສຳເລັດໃນການປະຊຸມສຸດຍອດຮ່ວມກັນກັບປະທານາທິບໍດີໂດນັລ ທຣັມ ຂອງອາເມລິກາເມື່ອວັນທີ່ 12ມິຖຸນາທີ່ປະເທດສິງກະໂປຊື່ງທາງປະທານາທິບໍດີສີ ຈິ້ນຜິງໄດ້ບອກວ່າຈະພະຍາຍາມຢ່າງດີທີ່ສຸດ
ທ່ານຄິມ ຈອງ ອຶນ ກ່າວວ່າເຮົາຮູ້ສຶກເຈັບປວດກັບມາດຕະການຂວຳ້ບາດທາງເສດຖະກິດ ຂະນະນີ້ເຮົາໄດ້ຂໍສະຫຼຸບວ່າການປະຊຸມສຸດຍອດອາເມລິກາ-ເກົາຫຼີເຫນືອປະສົບຜົນສຳເລັດເກົາຫຼີເຫນືອຕ້ອງການໃຫ້ຈີນດຳເນີນການເພື່ອນຳໄປສູ່ການຍົກເລີກມາດຕະການຂວຳ້ບາດໂດຍໄວ
ພັນທະມິດຍຸກສົງຄາມເຢັນຫາທາງທີ່ຈະປັບປຸງຄວາມສຳພັນກັບເກົາຫຼີເຫນືອ ອັນເນື່ອງຈາກການທົດລອງລະເບີດນິວເຄຼຍ ແລະຂີປະນາວຸດ ຊື່ງທາງລັດຖະບານຈີນກໍ່ສະໜັບສະໜູນໃຫ້ໃຊ້ມາດຕະການຂວຳ້ບາດຕາມມະຕິສະຫະປະຊາຊາດ
ຜູ້ນຳເກົາຫຼີເຫນືອເລືອກຈີນພັນທະມິດສຳຄັນໃນການເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງແລກເມື່ອເດືອນມີນາທີ່ຜ່ານມາ ແລະໄດ້ພົບກັບປະທານາທິບໍດີສີ ຈິ້ນຜິງ ອີກຄັ້ງໃນເດືອນພືດສະພາທີ່ຜ່ານມາທີ່ເມືອງຕ້າຫຼຽນເມືອງທ່າທາງຕະເວັນອອກສຽງເຫນືອຂອງຈີນ ສ່ວນຄັ້ງທີ່ 3 ເປັນການໄປຢ້ຽມຢາມນະຄອນປັກກິ່ງຂອງຈີນເມື່ອເດືອນມິຖຸນາທີ່ຜ່ານມາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...