ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກໃຫ້ຮູ້ວ່າ: ຜ່ານການຕິດຕາມກຸ່ມເປົ້າໝາຍຄ້າຂາຍຢາເສບຕິດມາໃນໄລຍະໜຶ່ງຈຶ່ງສາມາດກັກຕົວຜູ້ຄ້າຂາຍໄດ້ 1 ຄົນຄື: ທ້າວ ວິທະຍາ ອາຍຸ 24 ປີ ຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນພ້ອມຂອງຢາບ້າ 25 ເມັດ ໃນວັນທີ 8 ພຶດສະພາ 2018 ໄດ້ຢູ່ຮ້ານເກມແຫ່ງໜຶ່ງເຂດບ້ານໜອງບົວທອງ ເມືອງສີໂຄດຕະບອງ ແລ້ວສືບຕໍ່ກັກຕົວພັກພວກຄ້າຂາຍຢາເສບຕິດໄດ້ອີກ 7 ຄົນພ້ອມຂອງກາງຢາບ້າລວມທັງໝົດ 9 ພັນກວ່າເມັດໃນວັນດຽວກັນມາດຳເນີນຄະດີຕາມຂະບວນການຍຸດຕິທຳ.
ກ່ຽວກັບການເຂົ້າກັກຕົວກຸ່ມຄ້າຂາຍຢາເສບຕິດໄດ້ອີກ 7 ຄົນພ້ອມຂອງກາງຢາບ້າລວມທັງ ໝົດ 9 ພັນກວ່າເມັດນັ້ນສືບເນື່ອງມາຈາກ ທ້າວ ວິທະຍາໄດ້ຊັກທອດເມື່ອເຈົ້າໜ້າໄດ້ຂໍ້ມູນລະອຽດຈຶ່ງໄດ້ວາງແຜນຈັບຢ່າງຮີບດ່ວນສາມາດຈັບໄດ້ຢູ່ບ້ານພັກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງໄດ້ 4 ຄົນ ແລະ ບ້ານພັກເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາກ 2 ຄົນສືບຕໍ່ນຳ ຈັບອີກ 1 ຄົນໄດ້ຢູ່ບ້ານພັກເຂດບ້ານດົງນາໂຊກພ້ອມຂອງກາງ.
ຜູ້ຖືກຫາ 7 ຄົນມີ: ທ້າວ ປານຄຳ ອາຍຸ 29 ປີຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ, ທ້າວ ອາເລັກ ອາຍຸ 23 ປີ, ນາງ ລັດສະໝີ ອາຍຸ 34 ປີທັງສອງຢູ່ບ້ານໜອງປີງ ເມືອງຈັນທະບູລີ, ທ້າວ ພຸດທະສອນ ອາຍຸ 31 ປີ, ທ້າວ ສັນຕິພາບ ອາຍຸ 19 ປີທັງສອງຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ, ທ້າວ ບຸດສະດີ ອາຍຸ 26 ປີ, ທ້າວ ອິບ ອາຍຸ 17 ປີທັງສອງຢູ່ບ້ານຈອມມະນີ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຂອງກາງຢາບ້າ 9 ພັນກວ່າເມັດເປັນຂອງພວກກ່ຽວແທ້ໂດຍໄດ້ຮ່ວມກັນຄ້າຂາຍມາແຕ່ຕົ້ນປີ 2018 ຍ້ອນຢາກມີເງິນຊື້ຢາບ້າມາເສບ ແລະ ໃຊ້ຈ່າຍ.
ປັດຈຸບັນຄະດີລາຍນີ້, ເຈົ້າໜ້າທີ່ກອງຄະດີ ປກສເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພວມສະຫຼຸບສຳນວນສົ່ງຫາໄອຍະການ ເພື່ອສັ່ງຟ້ອງຂຶ້ນສານຕາມລະບຽບກົດໝາຍ.

No comments:
Post a Comment