ໂຄສົກທໍານຽບເຄຣມລິນ ຢືນຢັນວ່າ ປະທານາທິບໍດີ ວະລາດິເມຍ ປູູຕິນ ຂອງຣັດເຊຍ ບໍ່ໄດ້ຢູ່ເບື້ອງຫຼັງຜົນງານຂອງທີມຣັດເຊຍ ຫຼື ກົດດັນນັກເຕະທີມ “ໝີຂາວ” ແລະ ກຸນຊື ສລານີສລາຟ ເຊີເຊຊອຟ ໃນການແຂ່ງຂັນບານໂລກ 2018 ຮອບ 16 ທີມສຸດທ້າຍ ທີ່ທີມເຈົ້າພາບບຽດຊະນະສະເປນ ໃນການດວນລູກໂທດ ຫຼັງສະເໝີກັນໃນການຕໍ່ນາທີພິເສດ 1-1
ດິມິທຣີ ເປສຄອຟ ໂຄສົກຂອງເຄຣມລິນ ເຜີຍວ່າທ່ານ ປູຕິນ ພຽງແຕ່ໂທລະສັບໄປໃຫ້ກຳລັງໃຈໂຄ້ດ ແລະ ນັກເຕະທີມຊາດກ່ອນເກມເທົ່ານັ້ນ ບໍ່ໄດ້ກົດດັນທຸກຄົນແຕ່ຢ່າງໃດອີກທັງຍັງເບິ່ງເກມທາງໂທລະທັດເທົ່ານັ້ນ ບໍ່ໄດ້ເດີນທາງໄປຊົມເກມເຖິງສະໜາມ ໃນເກມດັ່ງກ່າວດ້ວຍ

“ກ່ອນເລີ່ມເກມ ປະມານທ່ຽງ ທ່ານປະທານາທິບໍດີ ໂທຫາໂຄ໊ດ ແລະ ອວຍພອນໃຫ້ເຂົາໂຊກດີ ເຂົາບອກວ່າພາຍໃຕ້ການນຳຂອງ ເຊີເຊຊອຟ ນັກເຕະຂອງເຮົາພ້ອມແລ້ວທີ່ຈະສ້າງສິ່ງທີ່ເປັນໄປບໍ່ໄດ້ທ່ານຍັງບອກດ້ວຍວ່າ ບໍ່ວ່າຜົນການແຂ່ງຂັນຈະອອກມາເປັນແບບໃດ ຈະບໍ່ມີໃຜໃນປະເທດເຮົາຕັດສິນພວກເຂົາ”
ຢ້ຳບໍ່ໄດ້ສັ່ງເປົາເມີນໂທດສະເປນດ້ວຍ ຂະນະດຽວກັນ ເປສຄອຟ ຢືນຢັນວ່າ ປູຕິນ ບໍ່ໄດ້ຢູ່ເບື້ອງຫຼັງຂອງການຕັດສິນຂອງກຳມະການໃນເກມລະຫວ່າງ ຣັດເຊຍ ກັບ ສະເປນ ຈາກຈັງຫວະບັນຫາໃນຊ່ວງເວລາຕໍ່ເວລາພິເສດທີ່ 2 ກອງຫຼັງທີມກະທິງດຸຢ່າງ ເຊຄິໂອ ຣາມອສ ແລະ ເຄຣາຣດ ປິເກ ປະທະກັບນັກເຕະຣັດເຊຍ ໃນເຂດໂທດ ແຕ່ຜູ້ຕັດສິນບໍ່ໄດ້ໃຫ້ເປັນລູກໂທດຈົນມີການເວົ້າຢອກກັນໄປທົ່ວໂລກວ່າ ປູຕິນ ເປັນຜູ້ສັ່ງບໍ່ໃຫ້ຈຸຸດໂທດລູກນີ້ດ້ວຍ

No comments:
Post a Comment