Tuesday, 3 July 2018

ຝຣັ່ງລະດົມຕຳຫຼວດ 3 ພັນຄົນ! ລ່າໂຈນແຫກຄຸກ ຈີ້ເຮລີຄອບເຕີມາຮັບປານຫນັງຮອລລີວູດ

ເມື່ອວັນທີ່ 2 ກໍລະກົດ 2018 ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານຕຳຫຼວດແຫ່ງຊາດຝຣັ່ງສັ່ງລະດົມກຳລັງຕຳຫຼວດກ່ວາ 3000 ຄົນທົ່ວປະເທດເລັ່ງຄົ້ນຫາ ທ້າວ ເຮີດວນ ຟາອິດ ນັກໂທດແຫກຄຸກອາຍຸ 46 ປີ ທີ່ວາງແຜນລົງມືແຫກຄຸກຮຽນແບບຫນັງແອັກຊັ່ນ ຮອລລີວູດ ແບບເຫນືອເມກ ໃຫ້ໂຈນຮ່ວມແກ້ງຈີ້ເຮລິຄອບເຕີບິນຂັບມາລົງຈອດເຖິງເຮືອນຈຳຊຸດຟາຊິລຽນ ໃກ້ນະຄອນປາຮີສ ຂະນະທີ່ອີກກຸ່ມໃຫ້ພັກພວກອີກ 3 ຄົນ ພ້ອມປືນໄຮເຟີລ ແລະລະເບີດຄວັນ ລົງມືບຸກຈູ່ໂຈມພາທ້າວ ຟາອິດອອກຈາກເຮືອນຈຳ ຂະນະໂອ້ລົມກັບນ້ອງຊາຍໃນຫ້ອງຢ້ຽມຜູ້ຕ້ອງຂັງ ແລະພາລົບຫນີຂື້ນເຮລິຄອບເຕີໄປໄດ້ຢ່າງເຫຼືອເຊື່ອເມື່ອວັນອາທິດທີ່ 1 ກໍລະກົດທີ່ຜ່ານນມາ,
ສຳນັກຂ່າວຕ່າງປະເທດເຜີຍວ່າ ເຈົ້າຫນ້າທີ່ຕຳຫຼວດພົບເຮລິຄອບເຕີຊື່ງຖືກໂຈນແກ້ງນີ້ຈີ້ມາ ຈອດຖິ້ມໄວ້ທີ່ເມືອງໂກເນສ ຫ່າງຈາກເຮືອນຈຳໃກ້ນະຄອນປາຮີສໄປທາງຕາເວັນອອກສຽງເຫນືອ ປະມານ 60 ກິໂລແມັດ ໂດຍທ້າວ ຟາອິດ ແລະພັກພວກຫຼົບຫນີຕໍ່ດ້ວຍລົດຍົນ ຂະນະທີ່ ແຫຼ່ງຂ່າວໃນສຳນັກງານຕຳຫຼວດຝຣັ່ງ ເຜີຍກັບນັກຂ່າວວ່າ ຄົນຮ້າຍໄດ້ກໍ່ເຫດຈີ້ໂຕປະກັນ ທັງນັກບິນ ພ້ອມເຮລິຄອບເຕີ ຂະນະກຳລັງຈອດຖ້ານັກຮຽນຄົນຫນື່ງຢູ່ ແລະຖືກບັງຄັບໃຫ້ບິນໄປຍັງເຮືອນຈຳເພື່ອນຳທ້າວ ຟາອິດ ຫຼົບຫນີ ຈົນເຮັດໃຫ້ນັກບິນຊ໊ອກຕົກຕະລຶງກ່ອນຕໍ່ມາໂຈນແກ້ງນີ້ຈະປ່ອຍໂຕນັກບິນເປັນອິດສະຫຼະ


No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...