Friday, 13 July 2018

ທ່ານຊາຣິຟ ກັບຄືນ ສູ່ປາກິສຖານ ຂະນະທີ່ ຕຳຫຼວດ ຈັບກຸມ ກຸ່ມສະໜັບສະໜູນ

ຕຳຫຼວດປາ​ກິ​ສຖານ ມີລາຍງານວ່າ​ ໄດ້​ຈັບກຸມ​ພວກ​ສະໜັບສະໜູນ​ອະດີ​ດນາ ຍົກລັດ
ຖະມົນຕີ ທ່ານ​ນາວາ​ສ ຊາຣິ​ຟ ນຶ່ງ​ມື້ກ່ອນ​ທີ່​ທ່ານມີກຳນົດຈະ​ກັບ​ຄືນ​ປະ​ເທດ​ ກັບ​ລູກ​
ສາວ​ຂອງ​ທ່ານ ຊຶ່ງເປັນທາຍາດທາງການ​ເມືອງ ທ່ານ​ນາງ​ມາຣີອຳ ນາວາ​ສ ຊຶ່ງ​ທັງ​ສອງ
ທ່ານ ຕ່າງກໍ​ປະ​ເຊີນ​ໜ້າ​ ການ​ຖືກ​ຈັບ.
ບັນດາ​ສະມາຊິກພັກ​ສັນນິບາດ​ມຸສລິມ-​ແອນປາ​ກິ​ສຖານ (PML-N) ​ຂອງ​ທ່ານ​ຊາຣິຟ
ກ່າວ​ວ່າ “ການ​ປາບປາມຄັ້ງ​ໃຫຍ່” ​ເພື່ອ​ຂັດຂວາງບໍ່​ໃຫ້ຜູ້​ຄົນ​ ຈັດ​ແຈງການເຕົ້າ​ໂຮມ
ເພື່ອຕ້ອນຮັບຂະໜາດ​ໃຫຍ່ ​ແກ່​ທ່ານ​ຊາຣິຟ ​ໃນ​ນະຄອນ​ລາ​ຮໍ ບ່ອນ​ທີ່​ທ່ານ​ຈະ​ໄປ
ເຖິງ ໃນ​ວັນສຸກ​ມື້​ນີ້ ພ້ອທ​ກັບລູກ​ສາວ​ຂອງ​ທ່ານ ໂດຍຖ້ຽວ ບິນໂດ​ຍສານ.
ພວກ​ເຈົ້າ​ໜ້າ​ທີ່​ໃນ​ແຂວງ​ປັນຈາ​ບ ​ທີ່​ມີນະຄອນລາ​ຮໍ​ເປັນ​ເມືອງ​ຫຼວງນັ້ນ ​ກ່າວ​ວ່າ ​ຕົນ​
ຍັງ​ບໍ່​ທັນໄດ້​ສັ່ງ​ໃຫ້​ມີ​ການປາບປາມເທື່ອ ​ເຖິງ​ແມ່ນມີລາຍງານວ່າ​ຕຳຫຼວດ​ໄດ້​ ​ກ່າວ​ວ່າ
​ເຂົາ​ເຈົ້າ​ໄດ້​ປະຕິບັດ​ການ​ຈັບ​ກຸມ ​ທີ່​ບໍ່​ຮູ້​ຈຳນວນ​ ໃນ​ຄວາມ​ພະຍາຍາມ​ເພື່ອຫຼີກ​ຫຼ່ຽງບໍ່
ໃຫ້ເກີດ ຄວາມ​ບໍ່​ສະຫງົບ​ຢູ່ໃນ​ເມືອງດັ່ງກ່າວ ​ກ່ອນ​ການ​ໄປເຖິງ​ຂອງ​ທ່ານ​ຊາຣິຟ.
ສານ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນວັນ​ສຸກ​ແລ້ວ​ນີ້​ ໄດ້​ຕັດສິນ​ລົງ​ໂທດແບບລັບຫຼັງ ໃຫ້
ອະດີດ​ນາ​ຍົກ​ລັດຖະມົນຕີ ​ແລະ ​ລູກ​ສາວ​ຂອງ​ທ່ານ ຈຳຄຸກເປັນເວລາ 10 ​ປີແລະ​ເຈັດ​ປີ​ຕາມລຳດັບ ​ທີ່ບໍ່ສາມາດໃຫ້ການ​ອະທິບ​າຍວ່າ ​ເຂົາ​ເຈົ້າ​ໄດ້​ເງິນມາ​ຈາກ​ໃສ​ໃນ​ການ​ຊື້ຊັບ
ສິນລາ​ແພງ ​ຢູ່ໃນ​ນະຄອນຫຼວງ​ລອນ​ດອນ. ທ່ານ​ຊາຣິຟ​ໄດ້​ຢູ່​ໃນ​ນະຄອນຫຼວງ​ລອນ​ດອນ
​ພ້ອມ​ດ້ວຍ​ພວກລູກຂອງ​ທ່ານ ​ເພື່ອເບິ່ງ​ແຍງ​ພັນ​ລະ​ຍາ​ຂອງ​ທ່ານ ​ທີ່​ກຳລັງ​ປິ່ນປົວໂຣກ​
ມະ​ເຮັງ.
ທ່ານ​ຊາຣິຟ​ໄດ້​ປະນາມ​ການ​ຕັດສິນ​ວ່າ​ເປັນ​ເລື້ອງ​ການ​ເມືອງ ​ແລະ​ກ່າວ​ຫາການ​ເປັນ
ພັນ​ທະ​ມິດລັບລະຫວ່າງພວກທະຫານ ແລະພະແນກຍຸຕິທຳ ທີ່​ພະຍາຍາມ​ກຳຈັດບໍ່ໃຫ້ທ່ານຫລິ້ນການ​ເມືອງ​ແລະ​ທຳລາຍ​ກຽດ​ສັກ​ສີ​ຂອງພັກມຸສລິ​ມປາ​ກິ​ສ ຖານ-
​ແອນ (PLM-N) ຂອງ​ທ່ານ ໃຫ້ສະໜັບສະໜູນຜູ້ທີ່ຄາດວ່າຈະ​ຊະນະໃນ ການ​ເລືອກ
​ຕັ້ງ​ແຫ່ງ​ຊາດ​ຂອງປາ​ກິ​ສຖານ ທີ່ຈະ​ມີ​ຂຶ້ນ​ໃນວັນ​ທີ 25 ກໍ​ລະ​ກົດ​ຈະ​ມາ​ເຖິງນີ້.
ບັນດາ​ຜູ້​ສະໝັກຂອງ​ພັກ PLM-N ຍັງ​ໄດ້​ກ່າວ​ຫາ ​ອົງການ​ສືບ​ລັບ​ປາ​ກິ​ສຖານ ISI ວ່າ
​ກຳລັງ​ກົດ​ດັນ ​ແລະ​ຂົ່ມຂູ່​ເຂົາ​ເຈົ້າ​ໃຫ້​ຫັນປ່ຽນ​ຄວາມຈົງ​ຮັກ​ພັກດີ ​ແລະ​ໃຫ້ລົງແຂ່ງຂັນ ໃນຖານະຜູ້ສະໝັກອິດສະຫຼະ.
​ໂຄສົກ​ຄົນ​ນຶ່ງ​ຂອງ​ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ​ອິດສະຫຼະປາກິ​ສຖານ ທີ່​ດູ​ແລ​ການ
​ປ່ອນບັດ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໝັກ​ໃນ​ວັນ​ພະຫັດ​ວານນີ້ ​ໃຫ້​ພາກັນ​ໄປຈົດ
ທະບຽນ ການຮ້ອງຮຽນຂອງເຂົາເຈົ້າ ​ໃນ​ກໍລະນີ​ທີ່​ຖືກຂົ່ມຂູ່.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...