Monday, 16 July 2018

ກວດພົບ 59 ໂຄງການໃນນະຄອນຫຼວງ ທີ່ບໍ່ໄດ້ຜ່ານການປະເມີນ ມູນຄ່າ 1.440 ຕື້ກີບ.

ທ່ານ ລາດຊະນີວົງ ອະມາຣາທິທາດາ ປະທານຄະນະກວດກາພັກ, ທັງເປັນປະທານອົງການກວດກາລັດຂັ້ນນະຄອນຫຼວງວຽງຈັນ ລາຍງານແຜນວຽກກວດກາຈຸດສຸມໃນ 6 ເດືອນທ້າຍປີ 2018 ຢູ່ນະຄອນຫຼວງວຽງຈັນນີ້ວ່າ:
ການກວດກາຕາມຜົນຂອງການກວດສອບໂຄງການລົງທຶນຂອງລັດ ສົກປີ 2013-2014 ແລະ 2014-2015 ຢູ່ນະຄອນ ຫຼວງວຽງຈັນ ໂດຍປະຕິບັດຕາມຂໍ້ຕົກລົງຂອງອົງການກວດກາລັດຖະບານ ສະບັບເລກທີ 67/ອກລ.ຫກ, ລົງວັນທີ 27 ມີນາ 2017 ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0363/ຈນວ, ລົງວັນທີ 24 ພຶດສະພາ 2017 ເພື່ອເຄື່ອນໄຫວກວດກາຕາມຜົນການກວດສອບ ສົກປີ 2013-2014 ແລະ ສົກປີ 2014-2015 ຢູ່ນະຄອນຫຼວງວຽງ ຈັນ.
ເຊິ່ງໄດ້ດຳເນີການເຄື່ອນໄຫວກວດກາຕາມການແຈ້ງການຂອງອົງການກວດກາລັດຖະບານ ໃຫ້ກວດຄືນ 65 ໂຄງການລົງທຶນຂອງລັດຢູ່ນະຄອນຫຼວງວຽງຈັນ ເຊິ່ງມີມູນຄ່າ 1.583,14 ຕື້ກີບ.
ໃນນີ້, ມີໂຄງການທີ່ໄດ້ຜ່ານການປະເມີນຈັດປະເພດ F ມີ 6 ໂຄງການ ມູນຄ່າ 142,79 ຕື້ກີບ, ໂຄງການບໍ່ໄດ້ຜ່ານການປະເມີນ 59 ໂຄງການ ມູນຄ່າ 1.440,35 ຕື້ກີບ. ປັດຈຸບັນ ໄດ້ດໍາເນີນການກວດກາ ແລະ ສຳເລັດໃນເບື້ອງຕົ້ນ 29 ໂຄງ ການ; ຜ່ານການເກັບກຳຂໍ້ມູນຫຼັກຖານຄືນໃໝ່ ເຫັນວ່າໃນ 29 ໂຄງການນັ້ນ ພັດມີ 25 ໂຄງການທີ່ບໍ່ໄດ້ຜ່ານການປະ ເມີນ ແລະ ອີກ 4 ໂຄງການຈັດຢູ່ໃນປະເພດ F.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...