ບໍລິສັດເຮລີຄອບເຕີ ຣັດເຊຍ ໄດ້ມອບຍົນເຮລີຄອບເຕີ ມີ-17 ຈຳນວນ 4 ລຳໃຫ້ທາງການລາວກໍ່ຄື ກົມທະຫານອາກາດກອງທັບປະຊາຊົນລາວ ພາຍຫຼັງໄດ້ລົງມືສ້ອມແປງມາແຕ່ເດືອນພະຈິກປີ 2016 ຊຶ່ງທັງ 4 ລຳນີ້ແມ່ນຈະຮັບໃຊ້ວຽກງານປ້ອງກັນຊາດໄປຍາວນານເຖິງ 8 ປີຈິ່ງຈະມີການສ້ອມແປງຮອບໃໝ່.
ທ່ານ ເຊຣ ວາຊີລີເຢວິດ ກູເຊບ ຜູ້ອຳນວຍການຝ່າຍບໍລິການຫຼັງການຂາຍ ຂອງກຸ່ມບໍລິສັດເຮລີຄອບເຕີ ຣັດເຊຍກ່າວວ່າ: ອຸປະກອນເຕັກນິກຂອງເຮືອບິນຣັດເຊຍປະມານ 90% ແມ່ນຖືກນຳໃຊ້ເຂົ້າໃນເຫຼົ່າລົບທະຫານອາກາດ ແລະບັນດາເຮືອບິນເຫຼົ່ານັ້ນມີຄວາມຈຳເປັນຕ້ອງໄດ້ຮັບການສ້ອມແປງໃຫ້ທັນເວລາຕາມຄວາມເໝາະສົມ ແລະຕໍ່ຊົ່ວໂມງບິນ ຊຶ່ງເຮືອບິນທັ້ງ 4 ລຳນັ້ນແມ່ນໄດ້ນຳໃຊ້ມາຫຼາຍປີແລ້ວຈິ່ງຄວນໄດ້ຮັບການປົວແປງໃໝ່ ທັງເປັນສັນຍາຄັ້ງທຳອິດຂອງການຮ່ວມມືລາວ-ຣັດເຊຍກ່ຽວກັບການສ້ອມແປງເຮືອບິນ ເນື່ອງຈາກທີ່ຜ່ານມາ ສປປ ລາວແມ່ນຊື້ເຮືອບິນຈາກບໍລິສັດຮຸ້ນສ່ວນຂອງ ເຮລີຄອບເຕີຣັດເຊຍມາຕະຫຼອດ.
ໃນດ້ານຂອງການສ້ອມແປງ ພາກສ່ວນລຳໂຕແມ່ນໃຫ້ຊ່າງຈາກບໍລິສັດຢູ່ຣັດເຊຍມາດຳເນີນການສ້ອມແປງຢູ່ລາວ ແຕ່ບັນດາເຄື່ອງຈັກສຳຄັນແມ່ນໄດ້ນຳເອົາໄປແປງຢູ່ໂຮງງານທີ່ໄດ້ມາດຕະຖານສາກົນຂອງຣັດເຊຍ. ຂະບວນການສ້ອມແປງສຳເລັດຖືວ່າເຫຼົ່າລົບທະຫານອາກາດລາວໄດ້ພະຫະນະທີ່ສາມາດບິນໄດ້ເຖິງ 2.000 ຊົ່ວໂມງມາພ້ອມກັນ 4 ລຳ ພ້ອມຮັບປະກັນອາຍຸການໃຊ້ງານແມ່ນ 8 ປີ ຈິ່ງຈະມີການສ້ອມແປງອີກຮອບໃໝ່.
ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວກ່າວວ່າ: ສັນຍາການຮ່ວມທີ່ສຳເລັດລົງໃນຂັ້ນພື້ນຖານອັນສາມາດກ້າວສູ່ການມອບ-ຮັບໃນຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ຂະຫຍາຍຕົວໃນສາຍພົວພັນຮ່ວມມືທີ່ສະໜິດແໜ້ນໃນວຽກງານປ້ອງກັນຊາດຂອງສອງຝ່າຍ ແລະຍັງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງກອງທັບປະຊາຊົນລາວຕໍ່ການນຳໃຊ້ຜະລິດຕະພັນຂອງສະຫະພັນຣັດເຊຍອີກດ້ວຍ.
ທ່ານຍັງກ່າວສະແດງຄວາມເຊື່ອໝັ້ນຕໍ່ການສ້ອມແປງຄັ້ງນີ້ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະສ້າງສາປະເທດຊາດ ໃຫ້ເພີ່ມທະວີຄວາມສາມາດຂອງກອງທັບປະຊາຊົນລາວໃນການເຮັດສຳເລັດໜ້າທີ່ຂອງຕົນໃນສະເພາະໜ້າ ແລະຍາວນານ, ກອງທັບໃຫ້ສັນຍາວ່າຈະນຳໃຊ້ຍົນທັງໝົດທີ່ມີເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິຜົນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...






No comments:
Post a Comment