Tuesday, 17 July 2018

ລາວຈະສ້າງແຫຼ່ງຜະລິດໄຟຟ້າພະລັງງານລົມໃນ 4 ແຂວງ ຄາດສ້າງສຳເລັດປີ 2025

ລັດຖະບານລາວ ຈະສົ່ງເສີມໃຫ້ບໍລິສັດເອກະຊົນລົງທຶນໃນການພັດທະນາພະລັງງານທາງເລືອກຫລາຍຂຶ້ນ ໂດຍສະເພາະແມ່ນພະລັງງານແສງອາທິດ, ພະລັງງານລົມ ແລະ ຊີວະມວນ ເພື່ອທົດແທນການສ້າງເຂື່ອນໄຟຟ້າ.
ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ຫລື Mekong Watch ທີ່ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນໂຕກຽວ ປະເທດຍີ່ປຸ່ນໄດ້ສະເໜີຕໍ່ທາງການລັດຖະບານລາວ ເມື່ອບໍ່ນານມານີ້ວ່າ ຄວນຈະໃຫ້ການສົ່ງເສີມການລົງທຶນເຂົ້າໃນ ການພັດ
ທະນາແຫລ່ງພະລັງງານທາງເລືອກໃຫ້ຫລາຍຂຶ້ນ ໂດຍສະເພາະກໍແມ່ນພະລັງງານຈາກລົມ, ແສງອາທິດ ແລະຊີວະມວນນັ້ນ ຖືວ່າເປັນແຫລ່ງຜະລິດພະລັງງານໄຟຟ້າທີ່ ສປປ ລາວ ມີຄວາມອາດສາມາດສູງທັງຍັງເປັນມິດຕໍ່ສິ່ງແວດລ້ອມທຳມະຊາດອີກດ້ວຍ.
ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍ່ຢືນຢັນວ່າການພັດທະນາໃນພາກພະລັງງານໃນລາວບໍ່ໄດ້ເໜັ້ນໜັກສະເພາະການກໍ່ສ້າງເຂື່ອນເທົ່ານັ້ນ ຫາກແຕ່ຍັງລວມເຖິງການພັດທະນາພະລັງງານທາງເລືອກ ເຊັ່ນ
ພະລັງງານລົມ, ແສງອາທິດ ແລະຊີວະມວນອີກດ້ວຍ ດັ່ງທີ່ທ່ານຄໍາມະນີໃຫ້ການຢືນຢັນວ່າ:
“ສໍາລັບແຫລ່ງຜະລິດໄຟຟ້າ ເຊິ່ງວ່າເປັນພະລັງງານທົດແທນພວກເຮົາໄດ້ມີການສຶກສາພະລັງງານລົມຢູ່ 4 ແຂວງພາກໃຕ້ຄື ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ແລະ ອັດຕະປື ແລະກໍຄາດວ່າຈະກໍ່ສ້າງພະລັງງານລົມນີ້ 600 ເມກາວັດ ຈະໃຫ້ສໍາ ເລັດໃນປີ 2025 ແລະພະລັງງານແສງອາທິດກໍມີຄວາມສໍາຄັນຫລາຍຢູ່ທັງພາກກາງ
ແລະພາກໃຕ້ຂອງລາວກໍມີແຫລ່ງເໝາະສົມ ສໍາລັບເຮັດພະລັງງານໂດຍແສງອາທິດ ຄາດວ່າ ພວກເຮົາຈະພັດທະນາພະລັງງານແສງອາທິດນີ້ ມັນຈະບໍ່ມີບ່ອນທີ່ວ່າຜະລິດບ່ອນໃຫຍ່ໂລດ. ມັນຂຶ້ນກັບລະບົບແສງອາທິດທີ່ສ່ອງເຂົ້າມາ ອັນຫນຶ່ງອີກ ພວກເຮົາສາມາດຈະຜະລິດພະລັງງານໄຟຟ້າ 
Bio-Mass ຈາກກາກອ້ອຍທາງພາກກາງແລະພາກໃຕ້.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...