Sunday, 10 June 2018

ການແກ້ໄຂບັນຫາຢາເສບຕິດຍັງມີຄວາມຫຍຸ້ງຍາກ ຍ້ອນເຈົ້າໜ້າທີ່ຈຳນວນໜຶ່ງປະຕິບັດໜ້າທີ່ບໍ່ໂປ່ງໃສ

ນສພ ເສດຖະກິດ-ກນຄ້າ ລາຍງານວ່າ: ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ກ່ຽວກັບສະພາບການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 8 ມິຖຸນາ 2018 ວ່າ: ສະພາບບັນຫາຢາເສບຕິດຢູ່ໃນປະເທດລາວເຮົາໃນປັດຈຸບັນສັງເກດເຫັນວ່າມີລັກສະນະເພີ່ມຂຶ້ນ ແລະ ໄດ້ແຜ່ຂະຫຍາຍໄປທົ່ວທຸກບ່ອນໃນສັງຄົມ, ໃນລະດັບທີ່ແຕກຕ່າງກັນ, ການພົວ ພັນຄ້າ-ຂາຍຢາ ເສບຕິດມີທັງຄົນລາວ, ຄົນຕ່າງປະເທດ, ມີການເຄື່ອນໄຫວຂ້າມຊາດ ແລະ ມີການນຳ ໃຊ້ພາຫະນະ-ເຕັກນິກທີ່ທັນສະໄໝເຂົ້າໃນການຂົນສົ່ງຢາເສບຕິດຢ່າງແນບນຽນ.
ບັນຫາທີ່ໜ້າ ເປັນຫ່ວງແມ່ນຢາເສບຕິດໄດ້ຊຶມເລິກເຂົ້າຫຼາຍຊັ້ນຄົນໃນສັງຄົມ, ສ້າງຄວາມບໍ່ສະຫງົບແກ່ປະເທດຊາດບ້ານເມືອງ, ທຳລາຍຖັນແຖວຊາວໜຸ່ມ-ເຍົາວະຊົນ, ກໍ່ໃຫ້ເກີດມີການຫຼິ້ນກິນຟູມເຟືອຍ, ເປັນນັກເລງອັນຕະພານ, ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ອາລະວາດຕີກັນ ແລະ ອື່ນໆທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ, ເຖິງວ່າໃນໄລຍະທີ່ຜ່ານມາເຈົ້າໜ້າທີ່ໄດ້ມີຄວາມພະຍາຍາມຄວບຄຸມ, ສະກັດກັ້ນ, ປາບປາມ, ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ຕໍ່ເນື່ອງ, ແຕ່ກໍບໍ່ສາມາດມ້າງເຄືອຂ່າຍ ແລະ ຫົວໂປ່ໂຕການລາຍໃຫຍ່ແຕ່ເໜືອເຖິງໃຕ້ໄດ້ຢ່າງຂາດຕົວ.
ສຳລັບວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ທ່ານລັດຖະມົນຕີ ກ່າວວ່າ: ຈະຕ້ອງໄດ້ ສືບຕໍ່ເຊື່ອມຊຶມ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກ, ຄຳສັ່ງເລກທີ 27/ນຍ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຄຳສັ່ງເລກທີ 22/ຄລສພ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳຕົວ ຈິງ, ດ້ວຍການສຶກສາອົບຮົມ, ປຸກລະດົມໃຫ້ທົ່ວສັງຄົມມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ທົ່ວເຖິງ.
ປັບປຸງກົດໝາຍ ແລະ ນິຕິກຳຕ່າງໆກ່ຽວກັບຢາເສບຕິດໃຫ້ຮັດກຸມ, ຮັບປະກັນບໍ່ໃຫ້ມີຊ່ອງ ຫວ່າງໃຫ້ກຸ່ມຄົນບໍ່ດີສວຍໃຊ້ ແລະ ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເດັດຂາດ; ເຮັດໃຫ້ທຸກຄົນເກງຂາມ, ຢ້ານກົວບໍ່ກ້າພົວພັນ, ຂົນສົ່ງ ແລະ ຊື້-ຂາຍຢາເສບຕິດອີກ.
ປັບປຸງກົນຈັກການຈັດຕັ້ງ ແລະ ບຸກຄະລາກອນທີ່ເຮັດໜ້າທີ່ຄວບຄຸມ, ສະກັດກັ້ນ, ປາບ ປາມ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ມີຄວາມຍຸຕິ ທຳ, ໂປ່ງໃສ ແລະ ທ່ຽງທຳຕໍ່ໜ້າທີ່ວຽກງານ.
ຂອບໃຈຂໍ້ມູນຈາກ:
ນສພ ເສດຖະກິດ-ການຄ້າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...