ສຳນັກຂ່າວເອເອຟພີລາຍງານຈາກນະຄອນຮາໂນ້ຍປະເທດຫວຽດນາມເມື່ອວັນທີ່ 10 ມິຖຸນາວ່າ ຮ່າງກົດໜາຍທີ່ເປັນສູນກາງຄວາມບໍ່ພໍໃຈຂອງປະຊາຊົນຈະໃຫ້ສັນຍາເຊົ່າເປັນເວລາ 99 ປີ ໃນເຂດເສດຖະກິດພິເສດຫຼາຍແຫ່ງຂອງຫວຽດນາມຊື່ງນັກສັງເກດການບາງສ່ວນເບີ່ງວ່າເປັນສັນຍາທີ່ເອື້ອປະໂຫຍດຕໍ່ຕ່າງຊາດ ໂດຍສະເພາະບໍລິສັດຕ່າງໆຂອງຈີນ
ແມ່ນວ່າຫວຽດນາມ ແລະຈີນຈະມີປັນຫາກະທົບກະທັ່ງກັນເໜືອພື້ນທີ່ພິພາດໃນທະເລຈີນໃຕ້ແຕ່ທາງການຮາໂນ້ຍມັກສະຫລາຍການຊຸມນຸມປະທ້ວງຈີນໃນປະເທດ
ເພື່ອເປັນການຕອບສະໜອງຕໍ່ກະແສວິຈານຮ່າງກົດໜາຍສະບັບນີ້ຫຼາຍຂື້ນ ລັດຖະບານຄອມມູນິດຫວຽດນາມກ່າວເມື່ອວັນເສົາວ່າ ຈະຮ້ອງຂໍຕໍ່ລັດສະພາໃຫ້ເລື່ອນການອະນຸມັດໄປຈົນເຖິງທ້າຍປີນີ້ ແຕ່ນັ່ນບໍ່ໄດ້ເຮັດໃຫ້ຄວາມໂກດເຄືອງຂອງປະຊາຊົນສະຫງົບລົງ ຜູ້ປະທ້ວງປະມານ 40-50 ຄົນລວມໂຕກັນແຄມທະເລສາບຣວ່ານກ໋ຽມໃນນະຄອນຮ່າໂນ້ຍ ເມື່ອວັນອາທິດ ຊູປ້າຍຂໍ້ຄວາມຄັດຄ້ານຮ່າງກົດໜາຍຊື່ງຂຽນວ່າ “ຄັດຄ້ານຮ່າງກົດໜາຍເຂດເສດຖະກິດພິເສດ” ແລະ “ຄັດຄ້ານໃຫ້ຈີນເຊົ່າທີ່ດິນ”
ຜູ້ສື່ຂ່າວເອເອຟພີເຫັນຕຳຫຼວດນອກເຄື່ອງແບບລາກໂຕປະຊາຊົນປະມານ 20 ຄົນ ຂື້ນໄປເທີງລົດບັດທີ່ຈອດຢູ່ບໍ່ໄກ ເຫດການເກີດຂື້ນຫຼັງການຈັບກຸມຜູ້ປະທ້ວງ 2 ຄົນເມື່ອວັນເສົາທີ່ເມືອງໂຮຈິມິນທາງພາກໃຕ້ ຖານແຈກຢາຍເຈ້ຍໃບປິວຮຽກຮ້ອງປະຊາຊົນອອກມາປະທ້ວງຮ່າງກົດໜາຍ
ການລວມໂຕສະແດງຄວາມບໍ່ພໍໃຈຂອງປະຊາຊົນໃນທີ່ສາທາລະນະເກີດຂື້ນໄດ້ຍາກໃນຫວຽດນາມປະເທດທີ່ປົກຄອງດ້ວຍພັກຄອມມູນິດພັກດຽວ ຊື່ງກຸ່ມຜູ້ນຳອານຸຮັກນິຍົມທີ່ຄອງອຳນາດຕັ້ງແຕ່ປີ 2016 ໃຊ້ມາດຕະການເຂັ້ມງວດຫຼາຍຂື້ນໃນການຈັດການກັບກຸ່ມຜູ້ປະທ້ວງຫຼືກຸ່ມເຄື່ອນໄຫວ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment