Sunday, 24 June 2018

ສິງກະໂປປັບຫລຸດຄ່າໃຊ້ຈ່າຍຊຳມິດ “ທຣັມ-ຄິມ”

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປເມື່ອວັນທີ່ 24 ມິຖຸນາວ່າ ປະທານາທິບໍດີໂດນັລ ທຣັມ ຜູ້ນຳອາເມລິກາ ແລະທ່ານຄິມ ຈອງ-ອຶນ ຜູ້ນຳເກົາຫຼີເຫນືອ ພົບກັນທີ່ປະເທດສິງກະໂປເມື່ອວັນທີ່ 12 ມິຖຸນາທີ່ຜ່ານມາ ເພື່ອເຈລະຈາຫາລືກ່ຽວກັບການຍຸດຕິຄວາມເຄັ່ງຕຶງຈາກບັນຫາໂຄງການນິວເຄຼຍຂອງເກົາຫລີເເໜືອ
ສິງກະໂປປະເທດສູນກາງທຸລະກິດການເງີນຖານະມັ່ງຄັ່ງຖືກເບີ່ງວ່າເປັນໂຕເລືອກທີ່ດີສຳລັບການປະຊຸມສຸດຍອດລາຍການນີ້ ຈາກເຫດຜົນມີຄວາມສຳພັນທີ່ດີຕໍ່ທັງອາເມລິກາ ແລະເກົາຫຼີເຫນືອ ແລະຊື່ສຽງທາງດ້ານຄວາມມີກົດລະບຽບເຄັ່ງຄັດ ແຕ່ຊາວສິງກະໂປບາງສ່ວນຄິດວ່າ ການຕ້ອນຮັບ 2 ຜູ້ນຳທີ່ຕ່າງກໍ່ມີອາລົມປ່ຽນແປງງ່າຍທັງຄູ່ ເປັນເລື່ອງທີ່ໜ້າລຳຄານຫຼາຍກວ່າເປັນກຽດ ໂດຍສະເພາະເມື່ອນາຍົກລັດຖະມົນຕີລີ ຊຽນ ລຸງ ຂອງສິງກະໂປປະເມີນໂຕເລກຄ່າໃຊ້ຈ່າຍທີ່ປະເທດຕ້ອງເສຍໄປປະມານ 20 ລ້ານດອລລາສິງກະໂປໃນການເປັນເຈົ້າພາບຈັດການປະຊຸມພົບປະ
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດສິງກະໂປເມື່ອວັນອາທິດກ່າວວ່າ ລັດຖະບານໃຊ້ຈ່າຍເງີນສຳລັບການປະຊຸມສຸດຍອດຄັ້ງນີ້ 16.3 ລ້ານດອລລາສິງກະໂປ ສ່ວນໃຫ່ຍເປັນຄ່າໃຊ້ຈ່າຍທາງດ້ານການຮັກສາຄວາມປອດໄພ ຊື່ງຕ້ອງລະດົມກຳລັງເຈົ້າໜ້າທີ່ຕຳຫຼວດຫຼາຍພັນຄົນ ລວມທັງເຄື່ອງມືອຸປະກອນຕ່າງໆ ນອກຈາກນັ້ນຍັງມີຄ່າໃຊ້ຈ່າຍສຳລັບສຳລັບຄ່າທີ່ພັກຂອງຄິມ ແລະຄະນະຜູ້ຕິດຕາມ ຊື່ງຜູ້ນຳເກົາຫຼີເຫນືອເຂົ້າພັກທີ່ໂຮງແຮມຫຼູລະດັບ 5 ດາວ ເຊນ ຣີຈິສ
ຖະແຫຼງການກ່າວຢ້ຳວ່າ ສິງກະໂປໄດ້ ສະໜັບສະໜູນຄວາມພະຍາຍາມຂອງນານາຊາດ ທີ່ຈະບັນລຸສັນຕິພາບ ແລະສະຖຽນລະພາບເທີງຄາບສະຫມຸດເກົາຫຼີ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...