ຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ "ປະທານາທິບໍດີສະຫະລັດອາເມລິກາ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ໄດ້ຮ່ວມກັນລົງນາມໃນເອກະສານເພື່ອກ້າວໄປສູ່ການເຮັດໃຫ້ແຫຼມເກົາຫຼີ ປອດອາວຸດນິວເຄຼຍໃນອະນາຄົດອັນໃກ້”
(1) ຂໍ້ຕົກລົງປະຫວັດສາດປະກອບມີເນື້ອໃນ 4 ຂໍ້ທີ່ສຳຄັນຄື:
1. ສະຫະລັດ ອາເມລິກາ ແລະ ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າຈະສະຖາປະນາສາຍພົວພັນລະຫວ່າງກັນຄັ້ງໃໝ່ ເພື່ອໃຫ້ເປັນໄປຕາມຄວາມປາດຖະໜາຂອງປະຊາຊົນທັງສອງປະເທດ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງ;
2. ສະຫະລັດ ອາເມລິກາ ແລະ ເກົາຫຼີເໜືອຈະໃຊ້ຄວາມພະຍາຍາມຮ່ວມກັນໃນການສ້າງສັນຕິພາບທີ່ໝັ້ນຄົງ ແລະ ຍືນຍົງຢູ່ແຫຼມເກົາຫຼີ;
3. ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າ ຈະເດີນໜ້າຂະບວນການເຮັດໃຫ້ແຫຼມເກົາຫຼີ ປອດອາວຸດນິວເຄຼຍຢ່າງຖາວອນ ເພື່ອເປັນການຢ້ຳເຖິງເຈດຕະນາຂອງປະຕິຍານປັນມຸນຈອມ ທີ່ສອງເກົາຫຼີໄດ້ຮ່ວມກັນລົງນາມໃນວັນທີ 27 ເມສາ 2018 ທີ່ຜ່ານມາ;
4. ສະຫະລັດ ອາເມລິກາ ແລະ ເກົາຫຼີເໜືອ ໃຫ້ຄຳໝັ້ນສັນຍາຈະຮ່ວມຄົ້ນຫາສະເລີຍເສິກ-ຜູ້ຫາຍສາບສູນປາງສົງຄາມ ລວມທັງການສົ່ງຕົວ ຫຼື ຮ່າງທີ່ເຫຼືອຢູ່ທີ່ສາມາດພິສູດຕົວຕົນໄດ້ແລ້ວທັນທີ;
(2) ຜູ້ນຳສະຫະລັດອາເມລິກາ ໄດ້ໃຫ້ສຳພາດໃນການຖະແຫຼງຂ່າວ:
1. ຊົມເຊີຍຜູ້ນຳເກົາຫຼີເໜືອວ່າ ມີຄວາມສະຫຼຽວສະຫຼາດ, ມີພອນສະຫວັນ ແລະ ເປັນຜູ້ທີ່ມີອຸດົມການຮັກຊາດຢ່າງແຮງກ້າ,
2. ຖືວ່າການພົບປະຫາລືກັນທີ່ໂຮງແຮມຄາແປນລາ ເທິງເກາະແຊນໂຕຊາໃນຄັ້ງນີ້ ເປັນໂອກາດອັນດີທີ່ຕ່າງຝ່າຍຕ່າງໄດ້ມີໂອກາດສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ,
3. ຫວັງເປັນຢ່າງຍິ່ງວ່າຈະໄດ້ມີໂອກາດພົບປະເຈລະຈາກັນອີກໃນອະນາຄົດ;
(3) ໃນດ້ານຂອງຜູ້ນຳເກົາຫຼີເໜືອບໍ່ໄດ້ກ່າວຫຍັງຫຼາຍຕໍ່ໜ້າຜູ້ສື່ຂ່າວ, ແຕ່ໃນຕອນຕົ້ນຂອງການພົບປະຫາລືທ່ານ ຄິມຈອງ-ອຶນ ກ່າວວ່າການປະຊຸມຄັ້ງນີ້ຄື ຈຸດເລີ່ມຕົ້ນທີ່ດີຂອງສັນຕິພາບ ແລະ ການປ່ຽນແປງຄັ້ງຍິ່ງໃຫຍ່ທີ່ກຳລັງຈະເກີດຂຶ້ນ ແຕ່ບໍ່ໄດ້ລົງເລິກລາຍລະອຽດ, ເວັ້ນພຽງວ່າເສັ້ນທາງຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ກັບ ເກົາຫຼີເໜືອຕໍ່ໄປຈະບໍ່ຊໍ້າຮອຍປະຫວັດສາດ,
(4) ພາຍຫຼັງສຳເລັດການຮ່ວມລົງນາມທ່ານ ຄິມຈອງ-ອຶນ ແລະ ຄະນະໄດ້ເດີນທາງກັບປະເທດເກົາຫຼີເໜືອທັນທີ ແລະ ຜູ້ນຳສະຫະລັດອາເມລິກາ ໄດ້ສົ່ງຜູ້ນຳເກົາຫຼີເໜືອ ແລະ ຄະນະອອກເດີນທາງກັບປະເທດດ້ວຍຕົນເອງ,
(5) ຜູ້ນຳສະຫະລັດອາເມລິກາ ແລະ ຄະນະມີກຳນົດເດີນທາງກັບໃນຕອນຄໍ່າຂອງວັນດຽວກັນນີ້ຕາມເວລາທ້ອງຖິ່ນ.

No comments:
Post a Comment