ທີ່ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ມີຜູ້ຮັບຈ້າງຂົນເສືອຕາຍ 3 ໂຕ ທີ່ຖືກຂ້າ ໂດຍການຈ້າງວານຂອງນາຍທຶນຫວຽດນາມ ທີ່ອາສັຍຢູ່ບ້ານຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ທ້າວ ປໍວ້າງ ຖືກຈັບໄດ້ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໃນຂະນະທີ່ກຳລັງ ຂົນຊາກເສືອ 3 ໂຕ ນັ້ນອອກໄປ ຫວຽດນາມ,
ໃນຂະນະນີ້ເຈົ້າໜ້າທີ່ ຍັງບໍ່ສາມາດສະຫລຸບຄະດີໄດ້ເທື່ອ ຍ້ອນວ່າຍັງບໍ່ຮູ້ແນ່ນອນ ວ່າແຫຼ່ງທີ່ມາຂອງຊາກເສືອ 3 ໂຕ ນັ້ນມາຈາກບ່ອນໃດແທ້ ແຕ່ສັນນິຖານໄວ້ສອງແຫ່ງ ຄືເປັນເສືອທີ່ມາຈາກຟາມ ຂອງເອກະຊົນ ໃນເມືອງທ່າແຂກ ຫຼືຈະເປັນເສືອ ທີ່ຖືກລ້າມາຈາກເຂດ ປ່າສະຫງວນ ແຫ່ງຊາດນາກາຍ-ນໍ້າເທີນ ເຂດປ່າເຊື່ອມຕໍ່ ແຂວງຄຳມ່ວນ ກັບແຂວງບໍລິຄຳໄຊ.
ໃນປັດຈຸບັນຊາກເສືອ 3 ໂຕ ທີ່ເປັນຂອງກາງນັ້ນ ຍັງຖືກແຊ່ແຂງໄວ້ຫ້ອງເຢັນ ຢູ່ຜະແໜກກະສິກັມແລະປ່າໄມ້ ແຂວງຄຳມ່ວນ ເນື່ອງຈາກ ເຈົ້າໜ້າທີ່ ຍັງບໍ່ສາມາດ ສະຫຼຸບຄະດີໄດ້ ຈຶ່ງຍັງບໍ່ໄດ້ເຜົາ ທຳລາຍເທື່ອ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກວດກາ ແຂວງຄຳມ່ວນ ຢືນຢັນວ່າຊາກເສືອ 3 ໂຕ ທີ່ຖືກຂ້າຕາຍນັ້ນ ເປັນການຂ້າເພື່ອລັກລອບ ສົ່ງໄປ ຫວຽດນາມແທ້ ໂດຍຈະເອົາຜ່ານດ່ານ ປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ບໍ່ມີເຈົ້າໜ້າທີ່ ກວດກາ.
ເສືອໂຄ່ງເປັນສັດປ່າສະຫງວນ ຂອງສ ປປ ລາວ ທີ່ມີອະນຸສັນຍາ ລະຫວ່າງປະເທດ ພາຍໃຕ້ອົງການໄຊ໋ເຕສ ຫ້າມລ້າແລະຊື້ຂາຍ ເປັນສິນຄ້າ ຊຶ່ງເປັນ ສັດປ່າສງວນ ຫາກພົບເຫັນ ຈະຖືວ່າມີຄວາມຜິດຕາມລະບຽບກົດໝາຍ ຄຸ້ມຄອງສັດປ່າ ຂອງລາວ.

No comments:
Post a Comment