Monday, 25 June 2018

ຄົນລ້ຽງສັດ ແລະ ຊາວນາ ຂອງ ໄນຈີເຣຍ ປະທະກັນ ເສຍຊີວິດ 86 ຄົນ

ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ ໄດ້ຮຽກຮ້ອງໃຫ້ ປະຊາຊົນຕັ້ງຢູ່ໃນ
ຄວາມສະຫງົບ ຫຼັງຈາກ 86 ຄົນໄດ້ເສຍຊີວິດໃນການປະທະກັນລະຫວ່າງ ຄົນລ້ຽງ
ສັດທີ່ສ່ວນໃຫຍ່ເປັນຊາວ ມຸສລິມ ແລະ ຊາວນາ ຄຣິສຕຽນ ໃນລັດທີ່ເປັນ ປລາໂຕ
(Plateau) ຕັ້ງຢູ່ພາກກາງຂອງປະເທດ.
ທ່ານ ບູຮາຣີ ໄດ້ປະຕິຍານ ໃນວັນອາທິດວານນີ້ວ່າ “ຈະໃຊ້ຄວາມພະຍາຍາມຢ່າງ
ສູງ” ເພື່ອຊອກຫາພວກຜູ້ໂຈມຕີ ແລະ “ປ້ອງກັນການໂຈມຕີໃນອະນາຄົດ.
ໃນຂະນະທີ່ຖະແຫຼງການຈາກຫ້ອງການຂອງທ່ານ ບໍ່ໄດ້ລະບຸຈຳນວນຕົວເລກຜູ້ເສຍ
ຊີວິດທັງໝົດ, ຜູ້ບັນຊາການຕຳຫຼວດຂອງລັດ ທ່ານ ອັນດີ ອາດີ ໄດ້ກ່າວວ່າ “ປະຊາ
ຊົນລວມທັງໝົດ 86 ຄົນໄດ້ຖືກຂ້າຕາຍ” ໃນການໂຈມຕີ ທີ່ເລີ່ມຂຶ້ນເມື່ອວັນພະຫັດທີ່
ຜ່ານມາ.
ທ່ານ ອາດີ ໄດ້ເວົ້າວ່າ ປະຊາຊົນອີກ 6 ຄົນແມ່ນໄດ້ຮັບບາດເຈັບ ແລະ ເຮືອນ 50 ຫຼັງ
ໄດ້ຖືກທຳລາຍ.
ຜູ້ປົກຄອງລັດ ປລາໂຕ ທ່ານ ໄຊມອນ ບາໂກ ລາລອງ ໄດ້ປະກາດຫ້າມອອກນອກ
ເຮືອນແຕ່ 6 ໂມງແລງ ຫາ 6 ໂມງເຊົ້າ ໃນຊຸມຊົນ ຈອສໃຕ້, ຣີຢົມ ແລະ ບາຄິນ ລາດີ.
ທ່ານໄດ້ເວົ້າຕື່ມວ່າ ມັນ “ຈະມີຜົນບັງຄັບໃຊ້ຈົນກວ່າຈະມີແຈ້ງການໃນຄັ້ງຕໍ່ໄປ.”
ການຕໍ່ສູ້ກັນທີ່ແກ່ຍາວ ເພື່ອແຫຼ່ງຊັບພະຍາກອນທີ່ດິນລະຫວ່າງ ພວກຄົນລ້ຽງສັດ
ແລະ ພວກຊາວນາໃນປະເທດທີ່ມີປະຊາກອນໜາແໜ້ນທີ່ສຸດ ອາດພິສູດໃຫ້ເຫັນວ່າ
ຮ້າຍແຮງກວ່າການຕໍ່ຕ້ານລັດຖະບານຂອງພວກຫົວຮຸນແຮງ ໂບໂກ ຮາຣາມ, ເຊິ່ງໄດ້
ສັງຫານປະຊາຊົນ ຢ່າງໜ້ອຍ 20,000 ຄົນໃນເວລາບໍ່ເຖິງນຶ່ງທົດສະວັດ.
ປະເທດ ໄນຈີເຣຍ ສ່ວນໃຫຍ່ຖືກແບ່ງແຍກຕາມສາຍຂອງສາສະໜາ ໂດຍທີ່ຊາວ
ມຸສລິມອາໄສຢູ່ໃນພາກເໜືອ ແລະ ຊາວຄຣິສຕຽນອາໄສຢູ່ ໃນພາກໃຕ້ຂອງປະເທດ.
ການຕໍ່ຕ້ານລັດຖະບານຂອງພວກ ໂບໂກ ຮາຣາມ ແລະ ສະພາບອາ ກາດປ່ຽນແປງ
ໄດ້ບັງຄັບໃຫ້ຄົນລ້ຽງສັດເຄື່ອນຍ້າຍລົງໄປພາກໃຕ້ຂອງປະເທດ ເພື່ອຊອກຫາທົ່ງ
ລ້ຽງສັດທີ່ປອດໄພ, ຈົນກໍ່ໃຫ້ເກີດການປະທະກັນ ທີ່ຖືກກະຕຸ້ນໂດຍຊົນເຜົ່າ, ສາສະ
ໜາ ແລະ ຄວາມຈົງຮັກພັກດີ ທາງການເມືອງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...