Monday, 25 June 2018

ນ້ຳຖ້ວມດິນຖະຫຼົ່ມ ແຂວງພາກເຫນືອຫວຽດນາມ ເສຍຊີວິດແລ້ວ 7 ຄົນ ສູນຫາຍອີກກ່ວາ 12

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດຫວຽດນາມເມື່ອວັນທີ່ 25 ມິຖຸນາວ່າ ສຳນັກງານບໍລິຫານຈັດການພິບັດໄພຂອງລັດຖະບານຫວຽດນາມຖະແຫຼງວ່າ ພົບຜູ້ເສຍຊີວິດແລ້ວຢ່າງນ້ອຍ 7 ສົບ ບາດເຈັບ 5 ຄົນ ແລະຍັງມີສູນຫາຍອີກ 12 ຄົນຈາກເຫດນ້ຳຖ້ວມສຸກເສີນ ແລະດິນຖະຫຼົ່ມໃນພື້ນທີ່ 2 ແຂວງຄື ລ່າວກາຍ ແລະຫ່າຊາງທາງພາກເຫນືອຂອງຫວຽດນາມ ຊື່ງເປັນພື້ນທີ່ພູສູງ ອັນເນື່ອງຈາກຝົນຕົກຫນັກຕໍ່ເນື່ອງ ຖະແຫຼງການລະບຸດ້ວຍວ່າ ແມ່ນວ່າຝົນຕົກຈະຫຼຸດລົງໃນແຂວງຫລ່າວກາຍ ແຕ່ທາງການຢ້ານວ່າໂຕເລກຜູ້ເສຍຊີວິດຈະສູງຂື້ນເພາະໂອກາດທີ່ຈະພົບຜູ້ສູນຫາຍນັ້ນນ້ອຍຫຼາຍ ນ້ຳຖ້ວມ ແລະດິນຖະຫຼົ່ມຍັງກໍ່ໃຫ້ເກີດຄວາມເສຍຫາຍແກ່ອາຄານບ້ານເຮືອນຖະຫນົນຫົນທາງ ແລະພື້ນທີ່ກະສິກຳໃນແຂວງທີ່ໄດ້ຮັບຜົນກະທົບ ຄິດເປັນມູນຄ່າຄວາມເສຍຫາຍປະມານ 76,000 ລ້ານດົງ (3.32 ລ້ານດອລລາ),
ຫວຽດນາມຢູ່ໃນພື້ນທີ່ທີມີໂອກາດຈະເກີດພິບັດໄພທາງທຳມະຊາດໄດ້ງ່າຍ ທັງນ້ຳຖ້ວມ ແລະພາຍຸໃຕ້ຝຸ່ນ ຊື່ງຂ້າຊີວິດຜູ້ຄົນໄປປີລະຫຼາຍຮ້ອຍຄົນ ເຊັ່ນເມື່ອປີຜ່ານມາຕາມສະຖິຕິຂອງລັດຖະບານຫວຽດນາມລະບຸວ່າ ໄພທຳມະຊາດຂ້າຊີວິດຜູ້ຄົນໄປ 389 ສົບ ແລະບາດເຈັບ 668 ຄົນ










No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...