Friday, 22 June 2018

ສອງເກົາຫຼີ ກຽມຈັດງານລວມຍາດຄັ້ງທຳອິດໃນຮອບ 3 ປີ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຊລປະເທດເກົາຫຼີໃຕ້ເມື່ອວັນທີ່ 23 ມິຖຸນາວ່າ ກະຊວງລວມຊາດຂອງເກົາຫຼີໃຕ້ອອກຖະແຫຼງການວ່າ ເຈົ້າໜ້າທີ່ລະດັບສູງຈາກສະພາກາຊາດຂອງເກົາຫຼີໃຕ້ ແລະເກົາຫຼີເຫນືອພົບຫາລືກັນທີ່ຣີສອດແຫ່ງຫນື່ງເທີງພູເຂົາຄຸມກັງ ໃນແຂວງຄັງວອນທາງຕະເວັນອອກສຽງໃຕ້ຂອງເກົາຫຼີເຫນືອເມື່ອວັນສຸກທີ່ຜ່ານມາ ແລະບັນລຸຂໍ້ຕົກລົງໃນການຈັດງານພົບປະລະຫວ່າງສະມາຊິກໃນຄອບຄົວ ແລະຍາດມິດຊື່ງພັດພາກຈາກກັນໃນຊ່ວງສົງຄາມເກົາຫຼີລະຫວ່າງທີ່ 20-26 ສິງຫານີ້ທີ່ຣີສອດແຫ່ງດຽວກັນ
ການຈັດງານດັ່ງກ່າວຈະຖືເປັນຄັ້ງແລກໃນຮອບ 3 ປີ ໂດຍເປັນຜົນຈາກການພົບຫາລືລະຫວ່າງທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເຫນືອກັບປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ເມື່ອວັນທີ່ 27 ເມສາທີ່ຜ່ານມາ
ຫຼັງຈາກນີ້ ລັດຖະບານໂຊລ ແລະລັດຖະບານປຽງຢາງຈະຄັດເລືອກລາຍຊື່ຜູ້ມີສິດເຂົ້າຮ່ວມງານຝ່າຍລະ 100 ຄົນ ແລະຈະມີການປະກາດລາຍຊື່ສຸດທ້າຍພາຍໃນວັນທີ່ 4 ສິງຫານີ້ ຢ່າງໃດກໍ່ຕາມ ໃນສ່ວນຂອງເກົາຫຼີໃຕ້ນັ້ນມີປະຊາຊົນລົງທະບຽນຂໍຮັບສິດກັນແບບຂ້າມປີ 132,000 ຄົນ ສ່ວນໃຫ່ຍມີອາຍຸເກີນ 70 ປີ ແຕ່ເສຍຊີວິດໄປກ່ອນແລ້ວຫຼາຍກວ່າ 75,000 ຄົນ ແລະຍັງບໍ່ເຄີຍມີໃຜໄດ້ຮັບສິດເຂົ້າຮ່ວມງານເກີນ 1 ຄັ້ງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...