Friday, 22 June 2018

ທຣັມຕໍ່ເວລາຂວຳ້ບາດເກົາຫຼີເຫນືອອີກ 1 ປີ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນວໍຊິງຕັນປະເທດອາເມລິກາເມື່ອວັນທີ່ 22 ມິຖນາວ່າ ປະທານາທິບໍດີໂດນັລ ທຣັມ ລົງນາມໃນເອກະສານຄຳສັ່ງຝ່າຍບໍລິຫານຊື່ງມີຊື່ຮຽກໃນທາງເທັກນິກວ່າ “ຄຳສັ່ງສະຖານະການສຸກເສີນແຫ່ງຊາດ” ໃຫ້ມີການຂະຫຍາຍໄລຍະເວລາການຂວຳ້ບາດເກົາຫຼີເຫນືອຕໍ່ໄປອີກ 1 ປີ ໂດຍໃຫ້ເຫດຜົນກ່ຽວກັບ “ໄພຄຸກຄາມທີ່ບໍ່ປົກກະຕິ” ຈາກໂຄງການອາວຸດນິວເຄຼຍຂອງລັດຖະບານປຽງຢາງຊື່ງສົ່ງຜົນຕໍ່ຄວາມໜັ້ນຄົງຂອງຊາດນະໂຍບາຍຕ່າງປະເທດ ແລະເສດຖະກິດຂອງອາເມລິກາ

ดูรูปภาพบนทวิตเตอร์
ຄຳສັ່ງດັ່ງກ່າວປະກາດບັງຄັບໃຊ້ຄັ້ງແລກເມື່ອປີ 2008 ໃນສະໄໜປະທານາທິບໍດີຈອຈ ດັບເບິລຢູ ບຸຊ ຢ່າງໃດກໍ່ຕາມ ການລົງນາມຂອງທຣັມໃນຄັ້ງນີ້ເກີດຂື້ນພຽງ 1 ອາທິດ ຫຼັງຜູ້ນຳອາເມລິກາປະກາດວ່າ ເກົາຫຼີເຫນືອບໍ່ແມ່ນໄພຄຸກຄາມດ້ານນິວເຄຼຍຕໍ່ອາເມລິກາອີກຕໍ່ໄປ ຊື່ງເປັນຜົນຈາກການພົບຫາລືຄັ້ງປະຫວັດສາດລະຫວ່າງທຣັມກັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງລັດຖະບານປຽງຢາງທີ່ສິງກະໂປເມື່ອວັນທີ່ 12 ມິຖຸນາທີ່ຜ່ານມາ
ນອກຈາກນີ້ ທຣັມຍັງກ່າວລະຫວ່າງການປະຊຸມຄະນະລັດຖະມົນຕີເມື່ອວັນພະຫັດທີ່ຜ່ານມາວ່າ ເກົາຫຼີເຫນືອ “ເລີ່ມຂະບວນການປົດອາວຸດນິວເຄຼຍແລ້ວຢ່າງເປັນທາງການ” ດ້ວຍການລະເບີດທຳລາຍສະຖານທີທົດສອບຂີປະນາວຸດ ແລະເຄື່ອງຍົນຈະຫລວດ 4 ແຫ່ງ ຢ່າງໃດກໍ່ຕາມ ຂໍ້ມູນດ້ານຂ່າວກອງຂອງລັດຖະບານວໍຊິງຕັນລະບຸວ່າ ເກົາຫຼີເຫນືອຍັງແທບບໍ່ເຄື່ອນໄຫວທາງທະຫານ ແລະດ້ານໂຄງການນິວເຄຼຍນັບຕັ້ງແຕ່ເສັດສິ້ນການພົບຫາລືກັບຜູ້ນຳອາເມລິກາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...