Monday, 7 May 2018

ອີກຄົນແລ້ວ !! ໂຈນຫື່ນອິນເດຍບຸກຂົ່ມຂືນສາວກ່ອນເຜົາທັງເປັນອາການປາງຕາຍ

ສຳນັກຂ່າວຕ່າງປະເທດລາຍງານວ່າ ຍິງສາວ 17 ປີຖືກນຳໂຕສົ່ງໂຮງໜໍໃນລັດໜາຂັນຂອງອິນເດຍ ເມື່ອຊ່ວງທ່ຽງວັນຈັນທີ່ 7 ພຶດສະພາ 2018  ຕາມເວລາທ້ອງຖິ່ນໃນສະພາບມີບາດແຜໄຟໄໜ້ເຖິງ 70% ຂອງຮ່າງກາຍອາການຢູ່ໃນພາວະວິກິດ ຫຼັງຈາກທີ່ນາງຖືກຄົນຮ້າຍບຸກຂົ່ມຂືນກະທຳຊຳເລົາພາຍນາຍບ້ານ ກ່ອນຈະຖືກຈູດໄຟເຜົາທັງເປັນ

ຕາມການເປີດເຜີຍຂອງທ່ານ ໄຊເລນທາ ປຣາສາ ພາວັລ ຜູ້ກຳກັບການຕຳຫຼວດເຂດປາຄຸ ຍິງໂຊກຮ້າຍລາຍນີ້ຢູ່ໃນບ້ານຂອງພີ່ນ້ອງກ່ອນຄົນຮ້າຍຊື່ງເປັນຄົນທີ່ຮູ້ຈັກກັບນາງ ຈະບຸກເຂົ້າມ າແລະກໍ່ເຫດຂົ່ມຂືນ ຈາກນັ້ນຈື່ງສາດນ້ຳມັນແລ້ວຈຸດໄຟເຜົານາງ ແລະລົບໜີໄປຈາກທີ່ເກີດເຫດຕໍ່ມາເພື່ອນບ້ານໄດ້ຍິນສຽງຮ້ອງຢ່າງທໍລະມານຂອງເຫຍື່ອ ຈື່ງຮີບໃຫ້ຄວາມຊ່ວຍເຫຼືອ ແລະນຳໂຕສົ່ງໂຮງໜໍ

ລ່າສຸດຕຳຫຼວດສາມາດຈັບກຸມຜູ້ຕ້ອງສົງໃສລາຍໜື່ງທີ່ກ່ຽວຂ້ອງຈາກການກະທຳຄັ້ງນີ້ໄດ້ແລ້ວ ໂດຍຕຳຫຼວດກຳລັງສືບສວນຫາມູນເຫດຈູງໃຈ ໂດຍຍັງບໍ່ມີການຕັ້ງຂໍ້ຫາ ຢ່າງໃດກໍ່ຕາມ ສື່ບາງສຳນັກລະບຸວ່າຄົນຮ້າຍກໍ່ເຫດເພາະຍິງສາວອາຍຸ 17 ປີລາຍນີ້ປະຕິເສດຄຳຂໍແຕ່ງງານ

ທັງນີ້ເມື່ອອາທິດກ່ອນຫາກະເກີດເຫດຍິງສາວອາຍຸ 16 ປີໃນລັດໜາຂັນຖືກເຜົາທັງເປັນຈົນຕາຍ ດ້ວຍຝືມືຂອງຄົນຮ້າຍທີ່ຂົ່ມຂືນນາງ ແລະໂກດແຄ້ນທີ່ພວກໂຕເອງຖືກລົງໂທດ ຊື່ງຕຳຫຼວດຈັບກຸມຜູ້ຕ້ອງສົງໃສກໍ່ເຫດໄດ້ແລ້ວຢ່າງໜ້ອຍ 14 ລາຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...