ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເທລອາວີຟ ປະເທດອິສຮາເອລ ເມື່ອວັນທີ່ 7 ພຶດສະພາ 2018 ວ່ານາຍົກລັດຖະມົນຕີເບນຈາມິນ ເນທັນຍາຣູ ກ່າວເມື່ອວັນອາທິດວ່າຂໍ້ຕົກລົງນິວເຄຼຍອີຣ່ານສະບັບປີ 2015 ເປັນຄວາມຮ່ວມມືລະຫວ່າງປະເທດທີ່ “ອ່ອນແອແລະໄຮ້ເຊີ່ງປະສິດທິພາບ” ແມ່ນຜູ້ນຳອິສຣາເອລບໍ່ໄດ້ກ່າວໂດຍກົງວ່າອີຣ່ານ “ລະເມີດຂໍ້ຕົກລົງ” ແຕ່ກ່າວວ່າເນື້ອຫາຂອງຂໍ້ຕົກລົງເຕັມໄປດ້ວຍຊ່ອງຫວ່າງ ເປີດໂອກາດໃຫ້ລັດຖະບານເຕຫະຣານຍັງຄົງເດີນໜ້າພັດທະນາອາວຸດນິວເຄຼຍໄດ້ ທຸກຝ່າຍທີ່ກ່ຽວຂ້ອງກັບຂໍ້ຕົກລົງສະບັບນີ້ຄວນຮ່ວມກັນແກ້ໄຂ ຫຼືບໍ່ເຊັ່ນນັ້ນກໍ່ຍົກເລິກຄວາມຮ່ວມມືນີ້ເລີຍ ແຕ່ຍັງຄົງຢ້ຳວ່າອິສຮາເອລບໍ່ຕ້ອງການເຮັດສົງຄາມກັບອີຣ່ານ
ທັງນີ້ທ່ານ ເນທັນຍາຣູຖະແຫຼງເມື່ອອາທິດທີ່ຜ່ານມາພ້ອມ “ຫຼັກຖານ” ເປັນເອກະສານຫຼາຍກວ່າ 100,000 ໜ້າວ່າອີຮ່ານລັກລອບຄືນຊີບໂຄງການນິວເຄຼຍ ”ອາຫມັດ” ທີ່ເຄີຍລະງັບໄປເມື່ອປີ 2003 ແລະຍັງຄົງເດີນໜ້າເສີມສະມັດຖະນະຍູເຣນຽມແມ່ນວ່າຈະມີການລົງນາມຂໍ້ຕົກລົງນິວເຄຼຍທີ່ເປັນຄວາມຮ່ວມມືລະຫວ່າງອີຣ່ານກັບກຸ່ມພີ 5+1 ຊື່ງເປັນການລວມໂຕລະຫວ່າງສະມາຊິກຖາວອນທັງ 5 ປະເທດຂອງຂະນະມົນຕີຄວາມໜັ້ນຄົງແຫ່ງສະຫະປະຊາຊາດ(ຢູເອັນເອສພີ) ແລະເພີ່ມເຢຍລະມັນເຂົ້າມາ ໂດຍໃນຊ່ວງເວລານັ້ນເປັນ ຍຸກລັດຖະບານສະຫະລັດ ຂອງປະທານາທິບໍດີບາຣັກ ໂອບາມາ
ໃນມື້ດຽວກັນປະທານາທິບໍດີຣັສຊັນ ໂຣຮານີ ຜູ້ນຳອີຮ່ານກ່າວວ່າເຂົາໄດ້ສັ່ງການກົງໄປຍັງອົງການດ້ານພະລັງງານນິວເຄຼຍ ແລະໜ່ວຍງານອື່ນທີ່ກຽວຂ້ອງ ໃນການປະເຊີນໜ້າແລະຮັບມືກັບ “ການຄຸກຄາມ” ຈາກສະຫະລັດຫຼັງຜ່ານພົ້ນວັນທີ່ 12 ພຶດສະພາ ເຊີ່ງເປັນເສັ້ນຕາຍສະເພາະໃນສ່ວນຂອງສະຫະລັດ ທີ່ປະທານາທິບໍດີໂດນັນ ທຣັມ ຕ້ອງຕັດສິນໃຈຈະລົງນາມຮັບຮອງ ຫຼືປະຕິເສດວ່າລັດຖະບານເຕຫະຣານຍັງຄົງປະຕິເສດຕາມເງື່ອນໄຂຂອງຂໍ້ຕົກລົງຫຼືບໍ່ ພ້ອມທັງເຕືອນວ່າການຖອນໂຕອອກຈາກຂໍ້ຕົກລົງຈະສ້າງຄວາມເສຍໃຈໃຫ້ກັບອາເມລິກາ “ໃນລະດັບທີ່ບໍ່ເຄີຍເກີດຂື້ນມາກ່ອນ” ແລະ”ອານາຈັກໄຊອໍນິສ” ທີ່ໜາຍເຖິງອິສຮາເອລ”ຈະໄດ້ຮູ້ຊື້ງ” ເຖິງຄວາມເປັນເອກະພາບຂອງອີຣ່ານໃນເລື່ອງນີ້.


No comments:
Post a Comment