Tuesday, 29 May 2018

ໂປ​ແລນ ​ຮຽກຮ້ອງ​ໃຫ້​​ເຈົ້າ​ໜ້າ​ທີ່ສະຫະລັດ ໄປຕັ້ງ​ຖານທັບ​ໃຫ້ເປັນ​ການຖາວອນ ​ພ້ອມທັງສະເໜີວ່າ ຈະອອກທຶນຊ່ອຍ

ໂປ​ແລນ ​ໄດ້​ຮຽກຮ້ອງ​ໃຫ້ເຈົ້າ​ໜ້າ​ທີ່ສະຫະລັດ ​ຕັ້ງ​ຖານທັບ​ຢ່າງເປັນ​ການແບບ
ຖາວອນ ​ທີ່ຈັດ​ໃຫ້​ມີ​ພວກ​ທະຫານອາ​ເມຣິກັນ​ຈຳນວນ​ຫຼວງ​ຫຼາຍ ເພື່ອ​ເອົາ​ບາດກ້າວ​
ຢັບຢັ້ງຣັດ​ເຊຍ.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ໂປ​ແລນ ທ່ານ ມາຣີອັສ ບລາດຊັກ (Mariusz
Blaszczak) ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ
​ກັບ​ວໍ​ຊີງ​ຕັນ ກ່ຽວ​ກັບ​ການ​ມີໜ້າ​ຂອງ​ຖານ​ທັບ​ອາ​ເມຣິກັນ​ຢ່າງ​ຖາວອນ ​ໃນ​ໂປ​ແລນ.
“ການ​ມີໜ້າ​ຂອງ​ຖານ​ທັບ​ອາ​ເມຣິກັນ​ ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ ​ເພາະວ່າ ມັນ​ຈະ​ໄດ້
​ຢັບຢັ້ງຄູ່​ປໍ​ລະ​ປັກ,” ຊຶ່ງ​ທ່ານ ບລາດຊັກ ​ໄດ້​ບອກ​ກັບ ວິທີ​ຍຸ 1 ​ໄວ້.
ໂປ​ແລນ ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ກ່ຽວ​ກັບຄວາ​ມປອດ​ໄພ​ຂອງ​ປະ​ເທດ
ນັບ​ຕັ້ງ​ແຕ່ຣັດ​ເຊຍ ​ໄດ້​ເຂົ້າ​ຮຸກ​ຮານ ​ເຂດແຫຼມໄຄຣ​ແມ ຈາກ​ຢູ​ເຄຣນ ນັບ​ຕັ້ງ​ແຕ່​ປີ
2014 ເປັນ​ຕົ້ນ​ມາ​.
ຂ່າວ Onet.pt ຂອງໂປ​ແລນ ​ໄດ້​ລາຍ​ງານ​ວ່າ ວໍ​ຊໍ ​ໄດ້ສະ​ເໜີ 2 ພັນ​ລ້ານ​ໂດ​ລາ
​ເພື່ອ​ຊ່ອຍ​ເຫຼືອ​ໃນ​ການ​ສ້າງ​ຖານ​ທັບ ຊຶ່ງ​ໄດ້​ກ່າວ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຕົນ
​ໄດ້​ຂຽນ​ຈົດໝາຍ​ກ່ຽວ​ກັບ​ລາຍ​ລະອຽດ​ຕ່າງໆຂອງ​ຂໍ້​ສະ​ເໜີ ໄປ​ຍັງ​ລັດຖະສະພາ​ສະຫະ
ລັດ ​ແລະ​ພວກ​ນັກ​ການ​ເມືອງ​ແລ້ວ.
ຫ້ອງການ​ຂ່າວ​ຂອງກະຊວງ​ການ​ຕ່າງປະ​ເທດ ​ໄດ້​ໃຫ້ການ​ຢືນຢັນ ກັບອົງການຂ່າວ
​ເອພີ ວ່າ ຈົດໝາຍ​ດັ່​ງກ່າວ​ໄດ້ຖືກ​ສົ່ງ​ໄປ​ແລ້ວ ​ແຕ່​ປະຕິ​ເສດ​ທີ່​ຈະ​ໃຫ້​ລາຍ​ລະອຽດ​
ເພີ້​ມຕື່ມແຕ່​ຢ່າງ​ໃດ.
​ໃນ​ມົສກູ, ​ໂຄສົກ​ຂອງປະທານາທິບໍດີ​ວລາ​ດິ​ເມຍ ປູ​ຕິນ ທ່ານ​ດິມິ​ຕຣີ ​ເພສຄອບ ​ກ່າວ​ວ່າ
ການ​ເພີ້​ມການ​ມີໜ້າ ​ຂອງ​ກອງທັບ​ຕາ​ເວັນ​ຕົກ ​ໃກ້ໆ​ກັບ​ຊາຍ​ແດນຣັດ​ເຊຍ ນັ້ນ ​ແມ່ນ​ວ່າ
“​ແນ່ນອນ ມັນ​ບໍ່​ໄດ້​ສົ່ງ​ເສີມ​ການ​ມີ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ ​ໃນ​ທະວີບ​
ແຕ່​ຢ່າງ​ໃດ.”
“ໃນ​ທາງກົງກັນຂ້າມ, ການ​ເອົາ​ບາດກ້າວ ​ທີ່​ຂະຫຍາຍ​ອອກ​ໄປ​ທີ່​ວ່າ​ນີ້ ​ແນ່​ນອນ
ຜົນ​ສະຫຼຸບ​ຂອງ​ການ​ເອົາ​ບາດກ້າວ​ຂອງຣັດ​ເຊຍ ​ເພື່ອ​ຄວາມ​ດຸ່ນດ່ຽງ​ຂອງການ​
ເວົ້າ​ແລ້ວ​ເວົ້າ​ອີກ​ ​ແມ່ນ​ລະ​ເມີດ​ໃນ​ທຸກໆ​ຄັ້ງ ທີ່​ເຮັດ​ແບບ​ນີ້,”
 ຊຶ່ງທ່ານເພສຄອບ ​
ໄດ້​ກ່າວໄວ້ ອີງ​ຕາມ​ອົງການ​ຂ່າວ Tass ຂອງຣັດ​ເຊຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...