ໄອຍະການອິນໂດເນເຊຍ ຢາກໃຫ້ໃຊ້ໂທດປະຫານຊີວິດ ໃນວັນສຸກວານນີ້ ຕໍ່ນັກສອນ ສາສະໜາອິສລາມຫົວຮຸນແຮງ ທີ່ຖືກກ່າວຫາວ່າ ເປັນຜູ້ຢູ່ເບື້ອງຫຼັງການໂຈມຕີ ຫຼາຍຄັ້ງ
ຈາກຄຸກ.
ຈາກຄຸກ.
ທ້າວອາມານ ອັບດູຣາມານ ຜູ້ນຳຂອງກຸ່ມເຈມາອາ ອານໂຊຮຸດ ດາວລາ ທີ່ເອີ້ນຫຍໍ້ວ່າ
JAD ຊຶ່ງເປັນເຄືອຂ່າຍຂອງກຸ່ມລັດອິສລາມນັ້ນ ກຳລັງຖືກດຳເນີນຄະດີໃນຂໍ້ຫາ “ວາງ
ແຜນແລະສວຍໃຊ້ບຸກຄົນອື່ນໆ ກໍ່ການຮ້າຍເພື່ອສ້າງບັນຍາກາດ ແຫ່ງຄວາມຢ້ານກົວ
ຕໍ່ປະຊາຊົນ.”

ໄອຍະການ ອານີຕ້າ ເດວາຢານີ ກ່າວຕໍ່ຜູ້ພິພາກສາ 5 ທ່ານ ທີ່ນະຄອນຫຼວງຈາກາຕ້າ
ວ່າ ການກະທຳຂອງທ້າວອັບດູຣາມານ ໄດ້ເປັນຜົນໃຫ້ມີການເສຍຊີວິດແລະບາດເຈັບ
ແລະພາຍໃຕ້ ກົດໝາຍຕໍ່ຕ້ານການກໍ່ການຮ້າຍຂອງອິນໂດເນເຊຍແລ້ວຈຳເລີຍຖ້າຖືກ
ພົບເຫັນວ່າ ມີຄວາມຜິດ ກໍຄວນຈະໄດ້ຮັບໂທດປະຫານຊີວິດ.

ຕຳຫຼວດແລະໄອຍະການ ໄດ້ນຳເອົຄະດີ ຂອງທ້າວອັບດູຣາມານ ໄປເຊື່ອມຕໍ່ໃສ່ການ
ວາງແຜນທີ່ມີການກ່າວຫາວ່າ “ເປັນການໂຈມຕີແບບຢູ່ປາຣີ” ທີ່ແນເປົ້າໝາຍໃສ່ຊາວ
ຕ່າງປະເທດ ແລະການໂຈມຕີສະຫຼະຊີບ ໃນເດືອນມັງກອນປີ 2016 ຢູ່ທີ່ນະຄອນຈາ
ກາຕ້າ ທີ່ເຮັດໃຫ້ 8 ຄົນເສຍຊີວິດຮວມທັງຜູ້ໂຈມຕີ 4 ຄົນ.

ນອກນັ້ນແລ້ວ ພວກທ່ານຍັງກ່າວວ່າ ທ້າວອັບດູຣາມານ ເປັນຜູ້ຢູ່ເບື້ອງຫຼັງ ການໂຈມ
ຕີ ໃນປີກາຍ ທີ່ເຮັດໃຫ້ຕຳຫຼວດ 3 ຄົນເສຍຊີວິດ ທີ່ຄິວລົດເມແຫ່ງນຶ່ງ ການໂຈມຕີວັດ
ສາສະໜາຄຣິສຕ໌ ຢູ່ທີ່ເມືອງຊາມາຣິນດາ ໃນເກາະບໍນຽວ ທີ່ເຮັດໃຫ້ເດັກນ້ອຍ 4 ຄົນ
ບາດເຈັບ ແລະການວາງລະເບີດທີ່ເມືອງທຳມາຣິນ ກຳປຸງ ເມລາຢູ.

No comments:
Post a Comment