ປາກິສຖານແລະອິນເດຍ ຕ່າງກໍກ່າວຫາກອງທັບຂອງອີກຝ່າຍນຶ່ງ ໃນວັນສຸກວານນີ້
ວ່າ ໄດ້ຍິງປືນໃຫຍ່ໂຈມຕີຂ້າມຊາຍແດນ ຢູ່ໃນແຄວ້ນແຄສເມຍ ທີ່ຍັງມີການຂັດແຍ້ງ ຊຶ່ງເປັນການຍິງໂຈມຕີທີ່ພວກເຈົ້າໜ້າທີ່ກ່າວວ່າ ສ່ວນໃຫຍ່ແລ້ວ ໄດ້ເຮັດໃຫ້ພົນລະ
ເຮືອນຂອງທັງສອງຝ່າຍ ບາດເຈັບລົ້ມຕາຍ.

ກະຊວງຕ່າງປະເທດປາກິສຖານ ໄດ້ຮຽກໂຕນັກການທູດສູງສຸດຂອງອິນເດຍ ຢູ່ທີ່
ນະຄອນອິສລາມາບັດເຂົ້າພົບເພື່ອປະທ້ວງ ຕໍ່ອັນທີ່ປາກິສຖານປະນາມວ່າ “ເປັນ
ການລະເມີດຕໍ່ການຢຸດຍິງແບບບໍ່ມີເຫດຜົນ” ໂດຍກຳລັງທະຫານອິນເດຍ ທີ່ເປັນ
ເຫດໃຫ້ພົນລະເຮືອນສີ່ຄົນເສຍຊີວິດ ແລະໄດ້ຮັບບາດເຈັບອີກ 10 ຄົນ.

ເຈົ້າໜ້າທີ່ທະຫານອິນເດຍກ່າວຫາປາກິສຖານວ່າ ເປັນຜູ້ຍິງໂຈມຕີກ່ອນ ແລະຢືນ
ຢັນວ່າ ມີພົນລະເຮືອນຫົກຄົນ ແລະທະຫານຄົນນຶ່ງເສຍຊີວິດ ໃນອັນທີ່ເຂົາເຈົ້າຮ້ອງ
ວ່າ ການຍິງໂຈມຕີ “ທີ່ໄຮ້ເຫດຜົນແລະບໍ່ເລືອກໜ້າ” ໂດຍກຳລັງປາກິສຖານ.

ໃນໄລຍະສອງສາມປີຜ່ານມານີ້ ມີການຍິງໂຈມຕີກັນເກືອບທຸກໆອາທິດຢູ່ຕາມອັນ
ທີ່ຮ້ອງວ່າ ເສັ້ນແບ່ງເຂດແດນ (LoC) ຢູ່ໃນເຂດພູຫິມະໄລ ເກືອບໄດ້ຖືກທັບມ້າງ
ໃນການຢຸດຍິງປີ 2003 ລະຫວ່າງສອງປະເທດເພື່ອນບ້ານ ທີ່ມີອາວຸດນິວເຄລຍ ຊຶ່ງພາໃຫ້ມີຄວາມຢ້ານກົວວ່າ ຈະເກີດການຂັດແຍ້ງ ໃນຂອບເຂດທີ່ກວ້າງຂວາງ
ອອກໄປຕື່ມອີກ.

ທັງອິນເດຍ ແລະປາກິສຖານ ຕ່າງກໍຖີ້ມໂທດໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ເລີ້ມການ
ປະທະທີ່ຮ້າຍແຮງດັ່ງກ່າວ.
ປະທະທີ່ຮ້າຍແຮງດັ່ງກ່າວ.
 
No comments:
Post a Comment