Friday, 18 May 2018

ຈີນ​ຊ່ວຍ​ຝຶກ​ອົບຮົມ​ການ​ຕ້ານ​ອາດຊະຍາ​ກຳ​ຜ່ານ​ອິນ​ເຕີ​ເນັດ​ແກ່​ເຈົ້າໜ້າທີ່ລາວ

ເພື່ອເປັນການຊຸກຍູ້ ​ແລະ ແລກປ່ຽນການຮ່ວມມື ລະຫວ່າງອົງການຈັດຕັ້ງປະຕິບັດກົດໝາຍຂອງ ສປປ ລາວ ​ແລະ ສປ ຈີນ ໃນການຈັດຕັ້ງປະຕິບັດກົດໝາຍ ອາຊະຍາກຳຜ່ານອິນເຕີເນັດ ດັ່ງ​ນັ້ນ, ໃນວັນທີ 14-23 ພຶດສະພາ ນີ້, ຢູ່ ມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຈີນ, ໄດ້ເປີດຊຸດຝຶກອົບຮົມກ່ຽວກັບການຕ້ານອາດຊະຍາກຳ ຜ່ານອິນເຕີເນັດ​ໃຫ້​ເຈົ້າໜ້າທີ່​ລາວ, ຊຶ່ງມີນັກສຳມະນາ ກອນຈາກກະປ້ອງກັນຄວາມສະຫງົບ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ເຂົ້າຮ່ວມ 24 ຄົນ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນ​ແນ​ໃສ່ເພີ່ມທະວີຕ້ານອາຊະຍາກຳຕົວະຍົວະ, ຫຼອກລວງ ຜ່ານໂທລະຄົມມະນາຄົມ ແລະອິນເຕີເນັດ ອັນກໍ່ໃຫ້ເກີດຜົນເສຍຫາຍຢ່າງຫຼວງຫຼາຍ. ຊຶ່ງຈະໄດ້ລົງເລິກ ຫຼັກສູດວິຊາສະເພາະ, ທັງຈະໄດ້ແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນການທັດສະນະສຶກສາ ດ້ານວັດທະນາທຳ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ພ້ອມນັ້ນ ຍັງຈະ ໄດ້ລົງພາກສະໜາມຕົວຈິງຢູ່ ສປ ຈີນ ນຳ​ອີກ.
ທ່ານ ນາງ ຊີ ເຢັ້ນ ລີ້, ກຳມະການອົງຄະນະພັກມະຫາວິທະຍາໄລ, ຮອງອະທິການບໍດີກ່າວວ່າ: ໃນຊຸມປີທີຜ່ານມາ, ສາຍພົວພັນສອງຊາດ ລາວ-ຈີນ ໄດ້ມີການ ຂະຫຍາຍຕົວດ້ວຍດີ, ການຮ່ວມມືສອງຝ່າຍໄດ້ສືບຕໍ່ຈັດຕັ້ງລົງເລິກຫຼາຍຂຶ້ນເປັນຕົ້ນແມ່ນ ການຮ່ວມມືດ້ານການປ້ອງກັນຄວາມສະຫງົບຕາມຊາຍແດນ, ການ ຈັດຕັ້ງປະຕິບັດກົດໝາຍຕາມລ້ອງແມ່ນ້ຳຂອງ ແລະ ອຶ່ນໆ, ໃນການຈັດຊຸດຝຶກອົບຮົມໃນຄັ້ງນີ້ກໍ່ແມ່ນການປະກອບສ່ວນເຂົ້າ ໃນການເພີ່ມທະວີການຮ່ວມມືສອງ ຝ່າຍແລະ ທັງເປັນພື້ນຖານອັນໜັກແໜ້ນໃນການຊຸກຍູ້ ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອີກ​ດ້ວຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...