ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງ ຮາວານາ ປະເທດຄິວບາ ເມື່ອວັນທີ 19 ພຶດສະພາ ວ່າ ເຮືອບິນໂດຍສານໂບອິ້ງ 737 ຂອງສາຍການບິນຄິວບານາ ເດິ ອາ ເວຍຊິອອງ ສາຍການບິນຂອງລັດ ພ້ອມຜູ້ໂດຍສານ 104 ຄົນ ແລະຈຸບິນອີກ 9 ຄົນ ລວມເປັນ 113 ຄົນ ປະສົບອຸບັດຕິເຫດຕົກໃນທົ່ງຕິດກັບປ່າໃກ້ກັບສະໜາມບິນ ໂຮເຊ່ມາຣຕີຂອງນະຄອນຫລວງຮາວານາ ໃນວັນສຸກຜ່ານມາ ຫລັງຈາກທີ່ບິນຂື້ນຈາກສະໜາມບິນ ໃນນະຄອນຫລວງຮາວານາ ສົ່ງຜົນໃຫ້ມີກຸ່ມຄວັນລອຍຂື້ນມາ ສ່ວນລຳໂຕເຮືອບິນໄດ້ຮັບຄວາມເສຍຫາຍທັງລຳ ແລະມີໄຟໄຫມ້ ທາງເຈົ້າຫນ້າທີ່ດັບເພີງ ໄດ້ດັບໄຟແລະພົບຜູ້ລອດຊີວິດ 3 ຄົນ ຊຶ່ງເຈົາຫນ້າທີ່ກູ້ໄພຊ່ວຍເຫລືອອອກມາໄດ້
ດ້ານປະທານາທິບໍດີ ມິເກລ ດິອາຊ ຄາເນລ ແຫ່ງຄິວບາກໍ່ເດີນທາງໄປພື້ນທີ່ເກີດເຫດ ແລະກ່າວວ່າມີຜູ້ເສຍຊີວິດຈຳນວນຫລາຍ







No comments:
Post a Comment