ເມື່ອ 22 ພຶດສະພາທີ່ຜ່ານມາ ອົງກອນ “ແອມເນສຕີ້ ອິນເຕີ້ເນຊັ່ນແນວ” ເຜີຍແຜ່ລາຍງານລະບຸວ່າ ກຸ່ມມຸດສະລິມໂຣຮິນຈາຫົວຮຸນແຮງ “ກອງທັບປົດປ່ອຍໂຣຮິນຈາແຫ່ງອາລະກັນ”(ອາຊາ) ສັງຫານໝູ່ຊາວຮິນດູເຖິງ 99 ສົບ ລວມທັງຜູ້ຍິງ ແລະ ເດັກນ້ອຍ ຂະນະບຸກໂຈມຕີທີ່ໝັ້ນຕຳຫຼວດມຽນມາ 30 ແຫ່ງ ໃນລັດຍະໄຂ່ ເມື່ອ 26 ສິງຫາ 2017 ສົ່ງຜົນໃຫ້ກອງທັບມຽນມາບຸກກວດລ້າງລັດຍະໄຂ່ຈົນຊາວໂຣຮິນຈາລີ້ໄພໄປບັງກາລະເທດກວ່າ 700.000ຄົນ
ໂດຍການສັງຫານໝູ່ເກີດຂື້ນທີ່ໝູ່ບ້ານຮິນດູ 2 ແຫ່ງ ໃນລັດຍະໄຂ່ ຄື ອາ ນວດ ຄາ ໜ່ອງ ຊີດ ແລະ ເຍ ບວດ ຄຍາ ແລະ ພົບຫຼຸມຝັງສົບໝູ່ຊາວຮິນດູແລ້ວ 45 ສົບ ລາຍງານນີ້ໄດ້ມາຈາກການສຳພາດຜູ້ລີ້ໄພໃນລັດຍະໄຂ່ ແລະ ບັງກາລາເທດ ແຕ່ກຸ່ມອາຊາປະຕິເສດຂໍ້ກ່າວຫາ ສ່ວນກອງທັບມຽນມາກໍ່ປະຕິເສດຂໍ້ກ່າວຫາຂ້າລ້າງເຜົ່າພັນຊາວໂຣຮິນຈາເຊັ່ນກັນ

No comments:
Post a Comment