ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາ 2018 ວ່າ ຖະແຫຼງການຂອງທ່ານ ຣາມີ ອັບເດວ ຣາມານ ຜູ້ອຳນວຍການກຸ່ມສັງເກດການສິດທິມະນຸດຊີເຣຍ ເມື່ອວັນອາທິດທີ່ຜ່ານມາລະບຸວ່າ ກຸ່ມ IS ບຸກໂຈມຕີຖານທັບທະຫານຊີເຣຍ ແລະ ນັກຮົບຣັດເຊຍທີ່ເປັນພັນທະມິດ ໃນພື້ນທີ່ທະເລຊາຍໃກ້ເມືອງມາຢາດີນ ແຂວງເດອີ ເອສຊໍ ທາງພາກຕາເວັນອອກຂອງຊີເຣຍ ເມື່ອຄືນວັນພຸດ ທີ່ຜ່ານມາ, ການຍິງປະທະກັນເກີດຂຶ້ນປະມານ 1 ຊົ່ວໂມງ ເຮັດໃຫ້ເປົ້າມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ລວມເຖິງທະຫານລັດເຊຍຢ່າງໜ້ອຍ 9 ຄົນ ທັງທະຫານ ແລະ ນັກຮົບຮັບຈ້າງ, ສ່ວນທີ່ເຫຼືອ 26 ຄົນ ເປັນທະຫານກອງທັບຊີເຣຍ ພາຍໃຕ້ການນຳພາຂອງທ່ານ ບາຊາ ອັລ-ອັສຊາດ, ສ່ວນນັກຮົບ IS ເສຍຊີວິດຢ່າງໜ້ອຍ 43 ຄົນ.
ແຕ່ຖະແຫຼງການຂອງກະຊວງປ້ອງກັນປະເທດຣັດເຊຍ ໃນນະຄອນຫຼວງມອສໂກວ ໄດ້ອອກມາຖະແຫຼງໃນມື້ດຽວກັນວ່າ: ທະຫານລັດເຊຍເສຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບອີກ 3 ຄົນ ຈາກການໂຈມຕີຂອງຜູ້ກໍ່ການຮ້າຍໃນຊີເຣຍ, ໂດຍທະຫານ 2 ຄົນເຮັດໜ້າທີ່ເປັນທີ່ປຶກສາໃຫ້ກັບກອງທັບຊີເຣຍ ເສຍຊີວິດໃນທີ່ເກີດເຫດ, ອີກ 2 ຄົນເສຍຊີວິດຢູ່ໂຮງໝໍທະຫານຂອງລັດເຊຍ ແຕ່ຖະແຫຼງການບໍ່ໄດ້ລະບຸສະຖານທີ່ ແລະ ວັນເວລາທີ່ເກີດເຫດ.
ຖະແຫຼງການຫຼ້າສຸດຂອງກະຊວງປ້ອງກັນປະເທດລັດເຊຍ ເຮັດໃຫ້ຈຳນວນທະຫານລັດເຊຍທີ່ເສຍຊີວິດຢ່າງເປັນທາງກນ ໃນສົງຄາມກາງເມືອງຊີເຣຍ ເພີ່ມຂຶ້ນເປັນ 92 ຄົນ.
No comments:
Post a Comment