Monday, 28 May 2018

ມາເລເຊຍຢຶດຢາໄອສລ໊ອດໃຫ່ຍທີ່ສຸດເປັນປະຫວັດສາດ ບັນຈຸໃນຮູບແບບຖົງຊາ ນ້ຳໜັກລວມກ່ວາ 1 ໂຕນ

ສຳນັກງານຕ່າງປະເທດລາຍງານຈາກນະຄອນກົວລາລັມເປີປະເທດມາເລເຊຍເມື່ອວັນທີ່ 28 ພຶດສະພາວ່າ ສຳນັກງານພາສີ ແຫ່ງຊາດຂອງມາເລເຊຍຖະແຫຼງຜົນການຢຶດຢາໄອສນ້ຳໜັກລວມ 1,187 ກິໂລກຣັມ ຄິດເປັນມູນຄ່າຫຼາຍເຖິງ 71 ລ້ານຮິງກິດ  ຊຸກເຊື່ອງໃນຮູບແບບຂອງຖົງຊາ ແລະຂົນສົ່ງມາກັບເຮືອບັນທຸກສິນຄ້າຈາກເມືອງຢ້າງກຸ້ງ ມາຍັງທ່າເຮືອກລັງ ໃນລັດເຊີລາໂງຣ ທາງຕະເວັນຕົກຕົກຕອນກາງຂອງປະເທດເມື່ອວັນທີ່ 22 ພຶດສະພາທີ່ຜ່ານມາ ຖືເປັນຢາເສບຕິດນ້ຳໜັກຫຼາຍທີ່ສຸດ ແລະມູນຄ່າສູງທີ່ສຸດຊື່ງລັດຖະບານມາເລເຊຍສາມາດຢຶດໄດ້ໃນຄາວດຽວ
ຂະນະດຽວກັນ ເຈົ້າໜ້າທີ່ຍັງຈັບກຸມຜູ້ຕ້ອງສົງໄສໄດ້ 6 ຄົນ ເປັນຊາວມາເລເຊຍ 3 ຄົນ ແລະຊາວມຽນມາອີກ 3 ຄົນ ເບື້ອງຕົ້ນພະນັກງານສອບສວນສັນນິຖານວ່າການຂົນສົ່ງຢາເສບຕິດຄັ້ງນີ້ ອາດເປັນຄວາມພະຍາຍາມລະຫວ່າງເຄືອຂ່າຍຢາເສບຕິດລະຫວ່າງສອງປະເທດ ເນື່ອງຈາກປາຍທາງຂອງສິນຄ້າລະບຸທີ່ຢູ່ຂອງບໍລິສັດແຫ່ງໜື່ງໃນເຂດຊານນະຄອນກົວລາລັມເປີ ນອກຈາກນີ້ ເຈົ້າໜ້າທີ່ຢຶດເຮໂລອິນຈຳນວນໜື່ງ ແລະຢາສູບອີກ 1 ລ້ານຊອງຈາກຜູ້ຕ້ອງສົງໃສກຸ່ມນີ້ດ້ວຍ
ທັງນີ້ ມາເລເຊຍເປັນໜື່ງໃນປະເທດທີ່ມີກົດໜາຍລົງໂທດຜູ້ຄ້າອແລະຜູ້ເສບຢາເສບຕິດຮຸນແຮງຫຼາຍທີ່ສຸດໃນໂລກ ດ້ານລາຍງານປະຈຳປີ 2017 ຂອງສຳນັກງານປ້ອງກັນຢາເສບຕິດ ແລະປາບປາມອາດຊະຍາກຳແຫ່ງສະຫະປະຊາຊາດ (ຢູເອັນໂອດີຊີ) ລະບຸວ່າຢາໄອສກຳລັງເປັນຢາເສບຕິດຊື່ງເປັນໄພຄຸກຄາມຮ້າຍແຮງທີ່ສຸດໃນປະຈຸບັນ


No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...