ທັງນີ້ ໃນບັນດາກະເປົາເດີນທາງຂະໜາດໃຫ່ຍ 72 ຫນ່ວຍທີ່ຕຳຫຼວດຢຶດໄດ້ຈາກອາພາດເມັ້ນແຫ່ງໜື່ງນັ້ນມີ 35 ຫນ່ວຍບັນຈຸເງີນສົດລວມ 114 ລ້ານຮິງກິດ (ປະມານ 30 ລ້ານໂດລາ) ແລະຍັງມີເງີນສົດສະກຸນເງີນຕ່າງປະເທດອີກ 26 ສະກຸນເງີນ ສ່ວນໃຫ່ຍເປັນສະກຸນເງີນດອລລາສິງກະໂປ ຊື່ງຍັງຢູ່ລະຫວ່າງການຄຳນວນມູນຄ່າ ຂະນະທີ່ກະເປົາແບຣນເນມອີກ 284 ຫນ່ວຍ ເຄື່ອງເພັດຈຳນວນຫຼາຍ ແລະໂມງຫຼູອີກຫຼາຍສິບຫນ່ວຍ ຍັງຢູ່ລະຫວ່າງການໃຫ້ຜູ້ຊ່ຽວຊານກວດສອບ ແລະປະເມີນລາຄາເຊັ່ນກັນ ນອກຈາກນີ້ ທີ່ບ້ານພັກສ່ວນໂຕອີກຫຼັງຂອງທ່ານນາຈິບຍັງມີເງີນສົດ 500,000 ຮິງກິດ (ປະມານ 1 ແສນໂດລາ) ແລະສະກຸນເງີນຕ່າງປະເທດອີກຈຳນວນໜື່ງ ແລະເຈົ້າໜ້າທີ່ຢຶດກະເປົາຫຼູອີກ 150 ຫນ່ວຍ ຈາກບ້ານຫຼັງໜື່ງຂອງບຸດສາວທ່ານນາຈິບ
ຂະນະດຽວກັນ ພັກຄອມລາຢູສາມັກຄີແຫ່ງຊາດ (ອັມໂນ) ອອກຖະແຫຼງການຮຽກຮ້ອງໃຫ້ຕຳຫຼວດຄືນເງີນສົດທັງໜົດຊື່ງຢຶດມາຈາກບ້ານພັກຂອງທ່ານນາຈິບ ແລະຄອບຄົວ ເນື່ອງຈາກບໍ່ແມ່ນຊັບສິນຂອງທ່ານນາຈິບ ແຕ່ເປັນເງີນທີ່ພັກອັມໂນໃຊ້ດຳເນີນການໃນແຄມເປນຂອງພັກ ແລະເປັນກອງທຶນສຳລັບການປະຕິຮູບ ຫຼັງພ່າຍແພ້ການເລືອກຕັ້ງທົ່ວໄປເມື່ອວັນທີ່ 9 ພຶດສະພາທີ່ຜ່ານມາ “ຢ່າງຢັບເຍີນ” ສົ່ງຜົນໃຫ້ພົ້ນຈາກສະຖານະການເປັນພັກລັດຖະບານຂອງມາເລເຊຍເປັນຄັ້ງທຳອິດໃນຮອບ 61 ປີຫຼືນັບຕັ້ງແຕ່ໄດ້ຮັບເອກະລາດຈາກສະຫະລາດອານາຈັກເມື່ອປີ 1957
ຢ່າງໃດກໍ່ຕາມ ພັກອັມໂນນັ້ນຂື້ນຊື່ມາດົນແລ້ວໃນເລື່ອງ ນະໂຍບາຍເງີນສົດ ນອກຈາກນີ້ ຖະແຫຼງການຍັງຍ້ອນເຫດການທີ່ນາຍົກລັດຖະມົນຕີ ດຣ.ມະຫາເທ ໂມຣັມຫມັດ ຄືນເງີນ 1,200 ລ້ານຮິງກິດ (ປະມານ 300 ລ້ານໂດລາ) ໃຫ້ກັບສະມາຊິກພັກ 3 ລ້ານຄົນທົ່ວປະເທດຫຼັງລົງຈາກຕຳແໜ່ງຫົວໜ້າພັກ ເມື່ອປີ 2003 ດ້ວຍ
ເມື່ອວັນພະຫັດທີ່ຜ່ານມາ ທ່ານນາຈິບ ເຂົ້າພົບພະນັກງານສືບສວນຂອງຄະນະກຳມະທິການຕໍ່ຕ້ານການຄໍລັບຊັ່ນ (ເອັມເອຊີຊີ) ໃນນະຄອນກົວລາລັມເປີ ຕາມໜາຍຮຽກຄັ້ງທີ່ 2 ເພື່ອຊີ້ແຈງເລື່ອງເງິນ 10.6 ລ້ານດອລລາ ຈາກກອງທຶນພະລັງງານ “ເອສອາຣຊີ ອິນເຕີເນຊັ່ນແນລ” ຊື່ງເປັນໜື່ງໃນກອງທຶນຍ່ອຍຂອງກອງທຶນວັນເອັມດີບີ ໂດຍເງີນຈຳນວນດັ່ງກ່າວຖືກໂອນເຂົ້າສູ່ບັນຊີເງີນຝາກສ່ວນໂຕຂອງທ່ານນາຈິບເມື່ອປີ 2015




No comments:
Post a Comment