ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ 2018 ວ່າເຈົ້າໜ້າທີ່ຕຳຫຼວດໃນລັດຍາຣຂັນ ທາງຕາເວັນອອກຂອງອິນເດຍ ຈັບກຸມໂຕຊາວບ້ານ 14 ຄົນໃນຖານະຜູ້ຕ້ອງສົງໃສຮ່ວມກັນຈັບຍິງສາວອາຍຸພຽງ 16 ປີເຜົາທັງເປັນເພື່ອແກ້ແຄ້ນຫຼັງຈາກຊາຍ 2 ຄົນຖືກລົງໂທດເພາະຖືກກ່າວຫາວ່າຂົ່ມຂືນຍິງເຄາະຮ້າຍລາຍນີ້
ທ່ານ ອະໂສກ ຮາມ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນເປີດເຜີຍວ່າຍິງອາຍຸ 16 ປີຖືກຊາຍ 2 ຄົນລັກພາໂຕໄປຈາກບ້ານຂອງລາວໃນໜູ່ບ້ານຮານາ ເຄນທົວ ລະຫວ່າງທີ່ພໍ່ແມ່ໄປຮ່ວມງານແຕ່ງງານ ກ່ອນທີ່ລາວຈະຖືກຂົ່ມຂືນໃນປ່າ ຕໍ່ມາພໍ່ແມ່ຂອງລາວຮູ້ເລື່ອງຈິງໄປຮ້ອງຮຽນກັບສະພາຜູ້ໃຫ່ຍບ້ານໃຫ້ລົງໂທດຜູ້ກະທຳຄວາມຜິດ ເຊີ່ງເຫຼົ່າຜູ້ອາວຸໂສສັ່ງລົງໂທດຊາຍທັງ 2 ຄົນໂດຍໃຫ້ຊິດອັບ 100 ຄັ້ງແລະຈ່າຍເງີນຊົດເຊຍຈຳນວນ 50.000 ຮູປີ (ປະມານ 6.000.000 ກີບ)
ຢ່າງໃດກໍ່ຕາມ ເລື່ອງນີ້ເຮັດໃຫ້ຜູ້ຖືກກ່າວຫາທັງ 2 ຄົນເກີດຄວາມແຄ້ນຈິງຍົກພວກທຳຮ້າຍພໍ່ແມ່ຂອງເຫຍື່ອ ກ່ອນຈະບຸກໄປທີ່ບ້ານແລ້ວຈັບໂຕຍິງອາຍຸ 16 ປີເຜົາທັງເປັນ
ທັງນີ້ຕຳຫຼວດລະບຸວ່າ ພວກເຂົາສາມາດຈັບກຸມໂຕຜູ້ຕ້ອງສົງໃສໃນຄະດີນີ້ໄດ້ແລ້ວ 14 ຄົນຈາກທັງນັ້ນ 18 ຄົນ ແຕ່ໜື່ງໃນຊາຍທີ່ຖືກກ່າວຫາໃນຄະດີຂົ່ມຂືນຍັງຫຼົບໜີຢູ່ ຂະນະທີ່ຜູ້ອາວຸໂສຂອງໜູ່ບ້ານຫຼາຍຄົນກໍ່ຖືກຕັ້ງຂໍ້ຫາສັ່ງລົງໂທດໂດຍບໍ່ຖືກຕາມກົດໜາຍ ແລະພະຍານຫຼັກຖານທີ່ສັບສົນ

No comments:
Post a Comment