Monday, 7 May 2018

ພູມໃຈທັງປະເທດ ສາວລາວ ຢູ 16 ເຮັດໄດ້ຊະນະ ອິນໂດເນເຊຍ ສະບາຍ 2-0 ຜ່ານເຂົ້າຮອບຮອງຊະນະເລີດ

ນັດກ່ອນໜ້ານີ້ ທີມຊາດບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ເສຍໃຫ້ກັບ ທີມຊາດໄທ 0-1 ໃນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ 2018 ຮຸ່ນອາຍຸບໍ່ເກີນ 16 ປີ ໃນວັນທີ 4 ພຶດສະພາຜ່ານມາ, ແຕ່ກໍ່ຍັງໄດ້ຢູ່ໃນນັດສຸດທ້າຍທີ່ຕ້ອງວັດເຂົ້າຮອບກັບ ອິນໂດເນເຊຍ ຂໍພຽງສະເໝີກໍ່ເຂົ້າຮອບທັນທີ.


ເຮັດໃຫ້ ກຸ່ມ ບີ ລົງແຂ່ງຂັນ 2 ນັດເທົ່າກັນປະກົດວ່າ ໄທ ຢຶດທີມນໍາຈາກການຊະນະ 2 ນັດລວດ, ສ່ວນ ລາວ ກັບ ອິນໂດເນເຊຍ ມີ 3 ຄະແນນເທົ່າກັນ, ແຕ່ທີມຊາດລາວ ມ່ີປະຕູໄດ້ເສຍດີກວ່າ ເຮັດໃຫ້ນັດສຸດທ້າຍທີ່ຈະພົບກັນ ທີມຊາດລາວ ໄດ້ປຽບ ເພາະຂໍພຽງສະເໝີກໍ່ເຂົ້າຮອບທັນທີ, ສ່ວນ ກໍາປູເຈຍ ລົງ 2 ນັດເສຍ 2 ນັດຕົກຮອບເປັນທີມທໍາອິດ.

ນັ້ນສະແດງວ່າ ການແຂ່ງຂັນ ທີມຊາດລາວ ໃນມື້ນີ້ ວັນທີ 06/05/2018 ເວລາ 16:00 ໂມງ ທີ່ຈະພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະຫນາມ ATHLETIC JAKA BARLING 1 ຂໍພຽງສະເໝີກໍ່ຈະເຂົ້າຮອບທັນທີ ເພາະມີປະຕູໄດ້ເສຍ ດີກວ່າ ອິນໂດເນເຊຍ.
ປະກົດວ່າ: ການແຂ່ງຂັນຕົວຈິງ ສາວລາວ ສາມາດເອົາຊະນະ ອິນໂດເນເຊຍ ໄປໄດ້ສະບາຍ 2-0 ຈາກການຍິງຂອງ ເບີ 8 ເປ້ ພົມ​ພັກ​ດີ ນາ​ທີ 4 ແລະ ເບີ 7 ອິນທິດາ ຄູນສີ ເຮັດໃຫ້ ເກັບເພີ່ມເປັນ 6 ຄະແນນກອດຄໍ ທີມຊາດໄທ ເຂົ້າສູ່ຮອບຮອງຊະນະເລີດ ໂດຍ ສາວລາວ ໃນຖານະຮອງແຊ້ມກຸ່ມເຂົ້າໄປລໍຖ້າພົບ ແຊ້ມກຸ່ມ ເອ, ສ່ວນ ໄທ ໄປລໍຖ້າພົບຮອງແຊ້ມ ກຸ່ມ A ໂດຍຈະແຂ່ງຂັນໃນວັນທີ 11 ພຶດສະພານີ້.


ສໍາລັບ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ມີທີມເຂົ້າຮ່ວມທັງຫມົດ 9 ປະເທດ ແບ່ງອອກເປັນ 2 ກຸ່ມ ຄື:
+ ກຸ່ມ ເອ : ຟີລິບປິນ, ມຽນມາ, ຫວຽດນາມ, ມາເລເຊຍ ແລະ ສິງກະໂປ.
+ ກຸ່ມ ບີ : ໄທ, ກຳປູເຈຍ, ລາວ ແລະ ອິນໂດເນເຊຍ ( ເຈົ້າພາບ )
ຂອບໃຈຮູບຈາກ: ສະຫະພັນບານແຕະແຫ່ງຊາດລາວ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...