ຂປລ.ໃນ ວັນທີ 31 ມີນາ 2018, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມກວດກາ ເບິິ່ງປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດລົມພາຍຸ ທີ່ບ້ານນາສິງ, ນາຕານ ແລະ ບ້ານນາໂສມໃຫຍ່ ເມືອງພຽງ ແຂວງ ໄຊຍະບູລີ. ເຊິ່ງເຫດການດັ່ງກ່າວ, ໄດ້ເກີດຂຶ້ນອັນເນື່ອງ ມາຈາກ ມີຝົນຕົກໜັກ ແລະ ລົມພັດແຮງ ໃນຕອນແລງ ຂອງວັນທີ 30 ມີນາຜ່ານມານີ້.
ຕາມການລາຍງານ ຂອງ ທ່ານ ໜູພອນ ໄຊປັນຍາສິດ ຫົວໜ້າ ຂະແໜງສັງຄົມສົງເຄາະ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ລົມພາຍຸດັ່ງກ່າວ, ໄດ້ພັດເອົາເຮືອນ ຂອງປະຊາຊົນ 3 ບ້ານໄດ້ຮັບຄວາມເສຍຫາຍ ຢ່າງຫລວງຫລາຍ, ລວມຈຳນວນ 272 ຫລັງຄາເຮືອນ, ສັດລ້ຽງ ແລະ ພາຫະນະເສຍຫາຍ ຈຳນວນໜຶ່ງ. ໃນວັນດຽວ ກັນລົມພາຍຸດັ່ງກ່າວ, ກໍໄດ້ພັດເຮືອນຂອງປະຊາຊົນຢູ່ ເມືອງບໍ່ແຕນ ແລະ ເມືອງ ທົ່ງມີໄຊ ເຮັດໃຫ້ເຮືອນເປ່ເພ ຈຳນວນ 5 ຫລັງ, ລວມທັງໝົດ ຈຳນວນ 277 ຫລັງ ຄາເຮືອນ, ສຳລັບ ຜົນຂອງການເສຍຫາຍ ໃນຄັ້ງນີ້ ຕາມຂໍ້ມູນເບື້ອງຕົ້ນແມ່ນ 1 ຕື້ກວ່າກີບ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ກໍໄດ້ຮຽກຮ້ອງ ໃຫ້ອໍານາດການປົກຄອງເມືອງ ຈົ່ງເລັ່ງ ເກັບ ກຳຂໍ້ມູນຄວາມເສຍຫາຍ ຕົວຈິງ ເພື່ອຈະໄດ້ລາຍງານ ໃຫ້ທາງຂັ້ນເທິງໄດ້ຮັບຮູ້, ເພື່ອຈະໄດ້ຄົ້ນຄ້ວາ ແລະ ປຸກລະດົມຜູ້ປະກອບການ ໃຫ້ການຊ່ວຍເຫລືອປະຊາຊົນໃນ ຂັ້ນຕໍ່ໄປ.
ໂດຍ: ອຸ່ນເຮືອນ ໂພທິລັກ ໂທ:22126933



No comments:
Post a Comment