ສຳນັກຂ່າວຕ່າງປະເທດລາຍງານ 29 ມີນາ
2018
ວ່າ: ທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດຂອງເກົາຫຼີໃຕ້
ໄດ້ນຳຄະນະຍ່າງຂ້າມເສັ້ນແບ່ງເຂດປອດທະຫານ ບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມ
ທີ່ເປັນຊາຍແດນຂອງສອງປະເທດ ໄປຍັງຕຶກທົງກິວກັກ ໃນເຂດບ້ານປັນມຸນຈອມຝັ່ງເກົາຫຼີເໜືອ
ເພື່ອປຶກສາຫາລືກັບຄະນະເຈົ້າໜ້າທີ່ຂອງລັດຖະບານເກົາຫຼີເໜືອ ທີ່ນຳໂດຍທ່ານ ຣີ
ຊອນ-ກະວອນ ປະທານຄະນະກຳມາທິການລວມຊາດຢ່າງສັນຕິຂອງເກົາຫຼີເໜືອ
ເພື່ອກຽມຄວາມພ້ອມສຳລັບການພົບປະຫາລືຄັ້ງສຳຄັນລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້
ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນທ້າຍເດືອນເມສາ 2018 ນີ້.
ເຊິ່ງທ່ານ ຣີ ຊອນ-ກະວອນ ກ່າວໃນຕອນໜຶ່ງຂອງການປະຊຸມ
ສະແດງຄວາມຊົມເຊີຍຕໍ່ທິດທາງຂອງສາຍພົວພັນລະຫວ່າງສອງເກົາຫຼີ
ທີ່ດີຂຶ້ນເປັນລຳດັບນັບຕັ້ງແຕ່ຕົ້ນປີນີ້ ເປັນຕົ້ນມາ, ໂດຍສະເພາະໃນໄລຍະຂອງການແຂ່ງຂັນກີລາໂອລິມປິກລະດູໜາວ
ທີ່ເມືອງປຽງຊາງ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ເມື່ອເດືອນກຸມພາ ທີ່ຜ່ານມາ ແລະ
ຫວັງເປັນຢ່າງຍິ່ງວ່າການພົບປະຫາລືລະຫວ່າງຜູ້ນຳຂອງທັງສອງປະເທດ
ຈະເປັນການປູທາງສູ່ການເຕີມເຕັມຄວາມຫວັງ ແລະ ຄວາມປາດຖະໜາຂອງທັງສອງຝ່າຍ, ຂະນະທີ່ທ່ານ
ໂຊ ມະຢອງ-ກະຢອນ ກ່າວວ່າ ການປະຊຸມລະຫວ່າງຜູ້ນຳເກົາຫຼີໃຕ້ ກັບ ຜູ້ນຳເກົາຫຼີເໜືອໃນຄັ້ງນີ້
ຈະຖືເປັນຜົນສຳເລັດ ຕໍ່ເນື່ອງຈາກສະຖານະການໃນປັດຈຸບັນ
ທີ່ເປັນຜົນມາຈາກການຕັດສິນໃຈຂອງລັດຖະບານທັງສອງປະເທດ ໂດຍການປະຊຸມຄັ້ງນີ້ຈະເປັນຄັ້ງທີ
3
ຕໍ່ຈາກການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອິວ
ປະທານປະເທດເກົາຫຼີເໜືອໃນໄລຍະນັ້ນ ກັບ ປະທານປະເທດເກົາຫຼີໃຕ້ ທ່ານ ຄິມ ແດ-ຈຸງ
ເມື່ອປີ 2003
ແລະ ທ່ານ ໂນ ມູ-ຮະຢອນ ເມື່ອປີ 2007.
ອີກຢ່າງໜຶ່ງ, ການພົບປະຫາລືລະຫວ່າງຜູ້ນຳສອງເກົາຫຼີ
ເກີດຂຶ້ນພາຍຫຼັງການເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງຂອງທ່ານ ຄິມ ຈອງ-ອຶນ
ເມື່ອຕົ້ນອາທິດນີ້, ທີ່ຖືເປັນການເດີນທາງອອກນອກປະເທດຢ່າງເປັນທາງການຄັ້ງທຳອິດຂອງຜູ້ນຳລຸ້ນທີ
3 ຈາກຕະກຸນຄິມ
ນັບຕັ້ງແຕ່ຂຶ້ນສູ່ອຳນາດເມື່ອທ້າຍປີ 2011 ເຊິ່ງບໍ່ພຽງແຕ່ເປັນການສ້າງຄວາມປະຫຼາດໃຈໃຫ້ກັບສະຫະລັດ
ອາເມຣິກາ, ຍີ່ປຸ່ນ ແລະ
ເກົາຫຼີໃຕ້ທີ່ຍອມຮັບວ່າ: ບໍ່ຮູ້ຈັກມາກ່ອນ, ໂດຍມີນັກວິເຄາະກ່າວວ່າ:
ການທີ່ທ່ານ ຄິມ ຈອງ-ອຶນ ເດີນທາງໄປພົບປະກັບທ່ານ ສີ ຈິ້ນຜິງ ກ່ອນພົບປະກັບທ່ານ ມູນ
ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ
ເປັນອີກຄັ້ງໜຶ່ງທີ່ເກົາຫຼີເໜືອເດີນເກມໄດ້ຢ່າງສະຫຼຽວສະຫຼາດ ເພື່ອເພີ່ມອຳນາດຕໍ່ລອງໃນຫຼາຍບັນຫາ
ທີ່ລວມເຖິງເລື່ອງເສດຖະກິດ ແລະ ການຢຸດຕິໂຄງການນິວເຄຼຍ.



No comments:
Post a Comment