Wednesday, 7 March 2018

ເຈົ້າໜ້າທີ່ເລັ່ງຄວບຄຸມ ໄຟໃໝ້ສະໜາມເກັບຂີ້ເຫຍື້ອ ຄາດໃຫ້ສໍາເລັດ ໃນໄວນີ້


  ຂປລ. ເຈົ້າ​ໜ້າ​ທີ່​ສາມາດ ​ຄວບ​ຄຸມ​ໄຟ​ໃໝ້ສະໜາມ​ຂີ້​ເຫຍື້ອ​  ຢູ່​ຫລັກ 32 ບ້ານ​ນາ​ຜາ​ສຸກ ​ເມືອງ​ໄຊ​ທາ​ນີ ນະຄອນຫລວງ​ວຽງ​ຈັນ ໄດ້​ແລ້ວ. ພາຍຫລັງ​ທີ່​ໄຟ​​ເລີ່​ມໃໝ້ມາ​ແຕ່​ຕອນ​ບ່າຍ ​ຂອງ​ວັນ​ທີ 4 ມີນາ 2018 ທີ່​ຜ່ານ​ມາ ​ແລະ ຄາດ​​ໃຫ້​ສໍາ​ເລັດ​ ໃນ​ໄວໆ​ນີ້.​
​ທ່ານ ບົວ​ຄໍາ ພະ​ກະ​ຊຸມ ຮອງ​ຫົວໜ້າ ​ກອງ​ບໍລິການ​ຂົນ​ສົ່ງ​ຂີ້​ເຫຍື້ອ, ຜູ້​ຊີ້​ນໍາ​ວຽກ​ງານ ​ພາກ​ສະໜາມ​ບໍາບັດ​ຂີ້​ເຫຍື້ອ ​ຫລັກ 32 ກ່າວວ່າ: ​​ເມື່ອ​ວັນ​ທີ 4 ມີນາ ຜ່ານ​ມາ ​ໄດ້ມີ​ຄົນ​ຈູດ​ປ່າ​​ແລ້ວ​ເຮັດ​ໃຫ້​ໄຟດັ່ງກ່າວ, ​​ລາມ​​​ເປັນ​ວົງ​ກວ້າງ ເຂົ້າ​ໄປ​​ໃນ​ສະໜາມ​ເກັບ​ຂີ້​ເຫຍື່ອ​ ຈົນ​ເກີດ​ເປັນ​ອັກຄີ​ໄຟ ​​ຢ່າງ​ຮຸນ​ແຮງ. ຕໍ່​ກັບ​ເຫດການ​ດັ່ງກ່າວນີ້, ​ທາງຄະນະອໍານາດ​ການ​ປົກຄອງ​ ກໍ​ໄດ້​ມີ​ການ ​ແຕ່ງ​ຄະ​ນະ​ຮັບຜິດຊອບທຸ​ກພາກສ່ວນ ​ເຂົ້າ​ມາ​ປະຕິບັດ​​​ຫາ​ວິ​ທີ ​​ໃນ​ການ​ມອດ​ໄຟ ທີ່​ຈະ​ເປັນ​ຜົນ​ກະທົບ ​ຕໍ່​ປະຊາ​ຊົນ ​ແລະ ສິ່ງ​ແວດ​ລ້ອມ. ​ເຊິ່ງໃນ​ການຈັດ​ຕັ້ງ​ປະຕິບັດ ​​ເບື້ອງ​ຕົ້ນ ທາງ​ຄະນະ​ຮັບຜິດ​ຊອບ​ ​ກໍໄດ້ ມີ​ການ​ລະດົມລົດດັບ​​ເພິ​ງມາ​ຊິດ​ນໍ້າ ​ເພື່ອ​​ເຂົ້າ​ສະກັດ​ກັ້ນ​. ມາ​ຮອດ​ປັດຈຸບັນ​ສາມາດ ​ມອດ​​ໄຟ​​ໄດ້​ສໍາ​ເລັດ ແລະ ​ພວກ​ເຮົາ​ກໍ​ໄດ້​ຮັບ​ການ​ຮ່ວມ​ມື ກັບ​ຫລາຍ​ພາກສ່ວນ​ພາກ​ລັດ ​ແລະ ​ເອກະ​ຊົນ​ ໃນ​ການ​ປະກອບສ່ວນ ​ກົນ​ຈັກ​ ເຂົ້າ​ມາ​ຊ່ວຍ​ເຫລືອ ຕໍ່ບັນຫາ​​ຄວັນ​ໄຟ ​ທີ່​ສົ່ງ​ກິ່ນ​​ເໝັນ ທີ່ຈະ​ກະທົບຕໍ່ ​ສິ່ງ​ແວ​ດລ້ອມ ​ແລະ ປະຊາຊົນ​ທີ່ຢູ່​ອ້ອມ​ຂ້າງ​ນັ້ນ​, ໂດຍ​ໄດ້ໃຊ້​ວິທີ​ການ ​ຈົກ​ດິນ​ຖົມກົບ​ເປັນ​ໜ້າ ​ເພື່ອ​ດັບກິ່ນລະອອງ​ຄວັນ ສໍາ​ເລັດ​ໄປ​ແລ້ວ 20% ​ແລະ ຄາດ​​ໃຫ້​ສໍາ​ເລັດ​ໃນ​ໄວໆ​ ນີ້. ສະໜາມ​ດັ່ງກ່າວ, ​ລວມມີເນື້ອ​ທີ່ປະມານ 30 ກວ່າ​ເຮັກຕາ, ມີ​ບໍ່​ບໍາບັດ​ຂີ້​ເຫຍື້ອ 12 ບໍ່ ​ແລະ ​ເກີດ​ໄຟ​ໃໝ້​ໄປ​ແລ້ວ 10 ບໍ່.
         ​ໃນ​ໂອກາດ​ນີ້, ທ່ານ ​ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງເຈົ້າ​ຄອງ ນະຄອນຫລວງ​ວຽງ​ຈັນ​, ໄດ້​ໃຫ້​ຮູ້ຕື່ມ​ວ່າ: ພາຍຫລັງ ​ທີ່​ໄດ້​ເກີດອັກຄີ​ໄຟ​​ດັ່ງກ່າວ​ນັ້ນ, ​ທາງ​ຄະນະ​ພັກ ອໍານາດ​ ການ​ປົກຄອງ​ນະຄອນຫລວງ​ວຽງ​ຈັນ, ທຸກພາກສ່ວນ​ກໍ​ໄດ້​ເອົາ​ໃຈ​ໃສ່ ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ ຢ່າງ​ເຄັ່ງຮ້ອນ ​ແລະ ​ໄດ້​ມີ​ການ​ແບ່ງ​ຄວາມ​ຮັບຜິດຊອບ ​ກັນ​ຢ່າງ​ລະອຽດ ​ເພື່ອ​ຫາ​ວິທີ​ແກ້​ໄຂ​ ໃຫ້​ທັນ​ສະພາບ​ການ ​ແລະ ກັບ​ຄືນ ​ສູ່​ສະພາບ​ເດີມ. ສະ​ນັ້ນ, ​ໃນ​ໄລຍະ​ນີ້ ຂໍ​ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາຊົນ​ ໃຫ້​ເອົາ​ໃຈ​ໃສ່​ຮັກສາ​ສຸຂະພາບ​ ຕາມ​ການ​ແນະ​ນໍາ ​ຢູ່​ແຕ່​ລະ​ບ້ານ ແລະ ໃນ​ໄລຍະ​ລະດູ​ແລ້ງ​ນີ້ ຂໍ​ຮຽກຮ້ອງ​ມາ​ຍັງ​ ພໍ່​ແມ່​ປະຊາຊົນ​ ​ທຸກ​ບ້ານ, ທຸກ​ເຂດ ຈົ່ງ​ເປັນ​ເຈົ້າ​ການ ​ນໍາ​ກັນ​ ປະຕິບັດ​ຕາມ​ລະບຽບ​ແຈ້ງ​ການ​ ຂອງ​ເມືອງ​ ກ່ຽວ​ກັບ​ຫ້າມ​ບໍ່​ໃຫ້​ຈູດ​ປ່າ, ​ເພື່ອ​ຫາ​ອາຫານ​ ຫລື ​ເພື່ອ​ຈຸດປະສົງ​ເຮັດ​ອານາ​ໄມ ​ຖາງ​ຮົ້ວ​ສວນ, ຖ້າ​ຫາກ​ວ່າ​ພົບ​ເຫັນ ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່​​ ປະຕິບັດ​ດໍາ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.





No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...