ແຂວງ ສະຫວັນນະເຂດ ວັນທີ07/03/2018 ເວລາປະມານ10:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ພົບສົບຜູ້ເສຍຊີວິດ ທີ່ເຂດປ່າ ບ້ານໂພນສີມ, ເມືອງ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ເມື່ອທາງທີມງານເຖິງຈຸດຮັບແຈ້ງເຫດ ທາງອາສາສະຫມັກກູ້ໄພສະຫວັນນະເຂດ.ໜ່ວຍຕຳຫລວດກອງພິສູດຫລັກຖານ ເຈົ້າຫນ້າທີ່ກ່ຽວຂ້ອງ.ໄດ້ພາກັນເຂົ້າໄປໃນຈຸດທີ່ປະຊາຊົນເຫັນສົບຜູ້ເສຍຊີວິດ ຫ່າງຈາກທາງປະມານ 4ກິໂລແມັດ ສະພາບເສັ້ນທາງເປັນປ່າຕືບຫນາ ແລະ ການເຂົ້າໄປຫາຈຸດສົບຜູ້ເສຍຊີດແມ່ນໃຊ້ເວລາພໍສົມຄວນ.

ເມື່ອເຖິງຈຸດພົບສົບຜູ້ເສຍຊີວິດ ອີງສັນນິຖານພົບເຫັນເບື່ອງຕົ້ນ ແມ່ນ ເປັນເພດຊາຍ ອາຍຸປະມານ60ກວ່າປີ ເປືອຍການ ໂສ້ງເສື້ອແມ່ນຢູ່ໃນຈຸດເກີດເຫດ ແລະ.ຫມວກຫ່າງຈາກຈຸດເຫດສົບແມ່ນ10ແມັດ ຜູ້ກ່ຽວແມ່ນເປັນປະຊາຊົນບ້ານ ໂພນສະຫວັນ ເມືອງໄກສອນ ແຂວງສະຫວັນນະເຂດ ໄດ້ຫາຍຕົວອອກຈາກບ້ານເປັນເວລາ 15ມື້ ຈົນມາພົບສົບ.
ສ່ວນສຳເນົາຄະດີ ແມ່ນທາງເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ສືບສວນຕໍ່ໄປ ເຖິງສາເຫດການຕາຍ ສ່ວນສົບຜູ້ເສຍຊີວິດ ແມ່ນທາງທີມງານໄດ້ນຳອອກມາຈາກປ່າ ແລ້ວນຳສົ່ງວັດດົງອີໂຊ ເມືອງໄກສອນ ແຂວງ ສະຫວັນນະເຂດ ເພື່ອໃຫ້ຍາດຕິພີ່ນ້ອງ ທຳພິທີທາງສາດສະຫນາຕໍ່ໄປ.

No comments:
Post a Comment